黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະ​ຍົກ​ເວັ້ນຄ່າ​ວີ​ຊາ​ກັບ​ດ່ານ​ໃຫ້​ນັກ​ທ່ອງ​ທ່ຽວ

2018-11-14 17:04:46 CRI

ລັດຖະບານ​ໄທ​ປະກາດ​ໃນ​ວັນ​ທີ 13 ພະຈິກ​ນີ້​ວ່າ: ນັບ​ແຕ່​ວັນ​ທີ 15 ພະຈິກ​ນີ້​ເປັນຕົ້ນ​ໄປ ຈົນ​ຮອດ​ວັນ​ທີ 13 ມັງກອນ​ປີໜ້າ, ຈະຍົກ​ເວັ້ນຄ່າ​ວີ​ຊາ​ກັບ​ດ່ານ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ 21 ປະ​ເທດ​ແລະ​ເຂດ​ແຄວ້ນ ລວມທັງ​ຈີນ.

​ແຈ້ງ​ການ​ໄດ້​ລະບຸ​ວ່າ: ນັກ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວຂ້ອງ​ຈະ​ບໍ່​ຕ້ອງ​ເສຍ​ຄ່າ​ວີ​ຊາ​ຂະນະ​ທີ່​ຂໍ​ວີ​ຊາ​ກັບ​ດ່ານ​ເຂົ້າ​ໄທ​ແລະ​ພັກ​ໄດ້ 15 ວັນ. ປັດຈຸບັນ, ຄ່າ​ວີ​ຊາ​ກັບ​ດ່ານ​ຂອງ​ໄທ​ແມ່ນ 2.000 ບາດ​ຕໍ່​ຄົນ. ມາດຕະການ​ຍົກ​ເວັ້ນຄ່າ​ວີ​ຊາ​ກັບດ່ານ​ດັ່ງກ່າວພຽງ​ແຕ່​ນຳ​ໃຊ້​ຕໍ່​ນັກ​ທ່ອງ​ທ່ຽວຈາກ 21 ປະ​ເທດ​ແລະ​ເຂດ​ແຄວ້ນ​ດັ່ງກ່າວຂະນະ​ທີ່​ຂໍ​ວີ​ຊາ​ກັບ​ດ່ານ​ຢູ່​ສະໜາມ​ບິນ​ຂອງ​ໄທ​ເທົ່າ​ນັ້ນ.

ຈີນ​ແມ່ນ​ຕະຫຼາດນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸ​ດຂອງ​ໄທ. ກ່ອນ​ໜ້າ​ນີ້, ທ່ານ​ ຍຸດທະສັກ ສຸພະ​ສອນ ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ໄທ​ກ່າວ​ວ່າ: ການ​ນຳ​ໃຊ້​ມາດ​ຕະການ​ດັ່ງກ່າວ​ກໍ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0