黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນ

2018-11-14 19:55:32 cri

图片默认标题_fororder_2ae1824135d248e7b7595d7e1252b7a8

ຕອນເຊົ້າວັນທີ 14 ພະຈິກເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະ ຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 21 ແລະກອງປະຊຸມສຸດຍອດລະນຶກການພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຊຽນຄົບຮອບ 15 ປີ. ຜູ້ນຳ 10 ປະເທດອາຊຽນໄດ້ຮ່ວມປະຊຸມດັ່ງກ່າວ ໂດຍທ່ານຫຼີເຄີ້ສຽງ ແລະທ່ານຫຼີຊຽນລົງ ນາຍົກລັດຖະມົນຕີສິງກະໂປເປັນປະທານຮ່ວມກັນ.

ທ່ານຫຼີເຄີ້ສຽງກ່າວວ່າ, ໃນ 15 ປີທີ່ຜ່ານມາ, ສະຖານະການສາກົນແລະພາກພື້ນໄດ້ເກີດມີການ ປ່ຽນແປງຢ່າງເລິກເຊິ່ງແລະຊັບສົນ, ປະເທດອາຊຽນໄດ້ຮັກສາສະຖານະພາບດີທີ່ມີສັນຕິພາບ ແລະສະ ຖຽນລະພາບໂດຍລວມ, ແລະໄດ້ສະແງດໃຫ້ເຫັນທ່າອຽງທີ່ພັດທະນາໄວສົມຄວນ. ຕະຫຼອດໄລຍະເວລາ 15 ປີມານີ້, ການພົວພັນຈີນ-ອາຊຽນໄດ້ຜ່ານຜ່າຂະບວນວິວັດທີ່ບໍ່ທຳມະດາ, ເຊິ່ງສອງຝ່າຍໄດ້ດຳ ເນີນການຮ່ວມມືຮອບດ້ານ, ຫຼາຍລະດັບແລະໃນຂົງເຂດກວ້າງຂວາງ, ເນື້ອໃນດ້ານຍຸດທະສາດຂອງການ ພົວພັນລະຫວ່າງສອງຝ່າຍໄດ້ມີຄວາມອຸດົມສົມບຸນຂຶ້ນຕື່ມ. ພວກເຮົາໄດ້ສ້າງແລະຍົກລະດັບເຂດການຄ້າ ເສລີທີ່ໃຫຍ່ທີ່ສຸດລະຫວ່າງບັນດາປະເທດທີ່ພວມພັດທະນາ, ລະດັບການຄ້າແລະການລົງທຶນໄດ້ຮັບການ ຍົກສູງຂຶ້ນເລື້ອຍໆ. ພວກເຮົາໄດ້ສ້າງແບບຢ່າງໃນດ້ານການແກ້ໄຂຄວາມຂັດແຍ້ງກັນຢ່າຮເໝາະສົມ, ຈັດຕັ້ງປະຕິບັດ ຖະແຫຼງການວ່າດ້ວຍການປະພຶດໃນທະເລຈີນໃຕ້(DOC)ຢ່າງມີປະສິດທິພາບຮອບດ້ານ, ໄດ້ຮັກສາສະຖຽນລະພາບຂອງທະເລຈີນໃຕ້. ການປຶກສາຫາລືກ່ຽວກັບຫຼັກການແຫ່ງການປະພຶດໃນທະ ເລຈີນໃຕ້(COC)ໄດ້ຮັບຄວາມຄືບໜ້າສຳຄັນ.ທຸກຝາາຍໄດ້ຮ່ວມກັນວາງເອກະສານສະບັບຮ່າງທີ່ຜ່ານການປຶກສາຫາລືກັນ ແລະເປັນເອກະສັນກັນເຫັນດີສຳເລັດການກວດກາພິຈາລະນາຮອບທຳອິດພາຍໃນປີ 2019. ຈີນຍິນດີພະຍາຍາມຮ່ວມກັບອາຊຽນ ບົນພື້ນຖານເປັນເອກະພາບກັນ, ຍາດແຍ່ງໃຫ້ສຳ ເລັດການປຶກສາຫາລືກ່ຽວກັບຫຼັກການພັ່ງກ່າວພາຍໃນເວລາ 3 ປີ. ຫວັງວ່າປະເທດທີ່ຢູ່ນອກເຂດ ແຄວ້ນນີ້ຈົ່ກເຄົາລົບຄວາມເຫັນຂອງປະເທດທີ່ຢູ່ໃນເຂດແຄວ້ນນີ້. ເຊື່ອວ່າ ບັນດາປະເທດທີ່ຢູ່ໃນເຂດ ແຄວ້ນນີ້ມີສະຕິປັນຍາທີ່ສາມາດຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້.

图片默认标题

ທ່ານຫຼີເຄີ້ສຽງເນັ້ນວ່າ, ຈີນຍຶດໝັ້ນສະໜັບສະໜຸນອາຊຽນຄອງຖານະໃຈກາງໃນການຮ່ວມມືພາກພື້ນ, ພາຍໃຕ້ສະຖານະການໃນປັດຈຸບັນ, ຈີນແລະອາຊຽນຄວນລົງເລິກການຮ່ວມມືຮອບດ້ານ, ຮ່ວມກັນສ້າງ ການພົວພັນຄູ່ຮ່ວມຍຸດທະສາດທີ່ມີລະດດັບສູງກວ່າເກົ່າ,ສ້າງເປັນປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ທີ່ໝັ້ນຄົງກວ່າເກົ່າ.

ເຊິ່ງທ່ານສະເໜີອອກວ່າ, ທີໜຶ່ງ, ຄວນເພີ່ມທະວີການວາງແຜນດ້ານຍຸດທະສາດ. ພາຍໃຕ້ການຊີ້ນຳ ນຳພາຂອງ ວິໄສທັດກ່ຽວກັບການພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຊຽນ 2030, ຊຸກຍູ້ໃຫ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງກັບ ວິໄສທັດອາຊຽນ 2025 ເຊື່ອມຈອດກັນ, ເພີ່ມທະວີການສ້າງສາ ສາມເສົາຄ້ຳໃຫຍ່ຄື ການເມືອງຄວາມໝັ້ນຄົງ, ເສດຖະກິດການຄ້າ, ແລະການແລກປ່ຽນດ້ານວັດທະນະ ທຳແລະຍຸກຄະລາກອນ, ຊຸກຍູ້ໃຫ້ການພົວພັນຈີນ-ອາຊຽນມີຄຸນນະພາບດີຂຶ້ນແລະຍົກລະດັບໃຫ້ສູງຂຶ້ນ.

图片默认标题_fororder_7ca37b09d9624ebc8ca7f35235204b9f

ທີສອງ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ. ຄອງຄອຍຈະໄດ້ສຳເລັດການເຈລະຈາກ່ຽວກັບ ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນກັບປະເທດທີ່ກ່ຽວຂ້ອງໄດ້ໄດ້ຮັບຜົນຕົວຈິງໂດຍໄວ, ເພື່ອເປີດກວ້າງຂົງເຂດການຮ່ວມມື, ມ້າງກຳແພງການຄ້າ ຊຸກຍູ້ໃຫ້ການຄ້າແລະ ການລົງທຶນໄດ້ຮັບການພັດທະນາຫຼາຍກວ່າເກົ່າ.

ທີສາມ: ບົ່ມສ້າງຈຸດເດັ່ນແຫ່ງການປະດິດສ້າງໃໝ່. ປີນີ້ແມ່ນປີປໝັ້ະດິດສ້າງຈີນ-ອາຊຽນ, ສອງຝ່າຍຈະ ຫາລືກັນສ້າງກົນໄກໃໝ່ໃນການຮ່ວມມືດ້ານວິທະຍາສາດເຕັກນິກ, ຈັດຕັ້ງປະຕິບັດແຜນການຄູ່ ຮ່ວມວິ ທະຍາສາດເຕັກນິກຈີນ-ອາຊຽນ, ສະໜັບສະໜຸນສ້າງສາງດີຈີຕອນການທ່ອງທ່ຽວອາຊຽນ.

ທີສີ່: ສ້າງເສົາຄຳ ້ວັດທະນະທຳແລະບຸກຄະລາກອນໃຫ້ໝັ້ນແກ່ນ. ຈີນຈະສ້າງກອງທຶນສຶກສາຈີນ-ອາຊຽນ, ຈະເຊີນໄວໜຸ່ມອາຊຽນ 1000 ຄົນໄປຮັບການຝຶກອົບຮົມຢູ່ຈີນໃນ 5 ປີຕໍ່ໜ້ານີ້.

ທີຫ້າ: ເປີດກວ້າງການຮ່ວມມືດ້ານຄວາມໝັ້ນຄົງ. ຈີນຍິນດີຮ່ວມກັບອາຊຽນສ້າງເຮັດໃຫ້ການຊ້ອມ ຮົບຮ່ວມເທິງທະເລກາຍເປັນກົນໄກ, ເປີດສາຍດ່ວນໂດຍກົງລະຫວ່າງພາກສ່ວນປ້ອງກັນຄວາມໝັ້ນ ຄົງໂດຍໄວ, ແລະດຳເນີນການຮ່ວມມືໃນດ້ານສ້າງຄັງປັນຍາດ້ານປ້ອງກັນຄວາມໝັ້ນຄົງ, ການແລກ ປ່ຽນມິດຕະພາບລະຫວ່າງນາຍແລະພົນທະຫານໄວໜຸ່ມ, ຮ່ວມກັນປ້ອງກັນແລະຕ້ານໄພພິບັດ ແລະ ອື່ນໆ.

图片默认标题_fororder_b3ed617fd30c4519ab17dbdcf73479eb

ຜູ້ນຳບັນດາປະເທດອາຊຽນທີ່ຮ່ວມປະຊຸມເປັນເອກະພາບກັນເຫັນວ່າ, ປີນີ້ ແມ່ນການຄົບຮອບ 15 ປີ ແຫ່ງການສ້າງການພົວພັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ. ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ ສຸດຂອງອາຊຽນ 8 ປີລຽນຕິດ, ການຄ້າແລະການລົງທຶນລະຫວ່າງສອງຝ່າຍໄດ້ມີຄວາມເສລີ ແລະຄວາມສະດວກຂຶ້ນເລື້ອຍໆ ເຊິ່ງສອງຝ່າຍລ້ວນແຕ່ສຸມໃສ່ການເຈລະຈາກັນເພື່ອບັນລຸ RECP. ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງເພີ່ມຂຶ້ນ, ໄດ້ປະກາດເອກະສານກ່ຽວກັບ COC ແລະຫວັງວ່າຈະສຳເລັດການເຈລະຈາທີ່ກ່ຽວຂ້ອງໂດຍໄວ, ເປີດກວ້າງການຮ່ວມມືແທ້ຈິງທາງທະເລ, ຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງເຂດທະເລຈີນໃຕ້.ອາຊຽນຍິນດີໃຫ້ຍຸດທະສາດພັດທະນາຕົນເອງເຊື່ອມຈອດກັບຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ, ເປີດກວ້າງຂົງເຂດການຮ່ວມມືອັນໃໝ່, ຊຸກຍູ້ການສ້າງປະຊາຄົມອາຊີຕາເວັນອອກແລະເສດຖະກິດພາກພື້ນເປັນອັນໜຶ່ງອັນດຽວກັນ.

ກອງປະຊຸມດັ່ງກ່າວຍັງໄດ້ຜ່ານວິໄສທັດກ່ຽວກັບການພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຊຽນ 2030 ທັງໄດ້ປະກາດປີ 2019 ເປັນປີແລກປ່ຽນດ້ານສື່ມວນຊົນ.

ຄຳ​ເຫັນ

0