黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​: ເຊື່ອ​ວ່າ​ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດມີ​ຄວາມ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ລັດຍະ​ໄຂ່​ໄດ້​ດີ

2018-11-14 10:46:59 cri

ຕາມ​ຂ່າວ CRI: ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 13 ພະ​ຈິກ​ນີ້​ວ່າ, ຈີ​ນ​ຊົ​ມ​ເຊີຍ​ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​​ມີ​ຄວາມ​ຄືບ​ໜ້າ​ທີ່​ດີກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ລັດ​ຍະ​ໄຂ່​ຂອງ​ມຽນ​ມາ, ຈີນ​ຍິນ​ດີ​​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ.

ເຈົ້າ​ໜ້າ​ທີ່​​ກະ​ຊວງ​ສະ​ຫວັດ​ດີ​ການ​ສັງ​ຄົມການ​ຈັດ​ສັນ​ແລະ​ຊ່ວຍ​ເຫຼືອ​ມຽນ​ມາ​ກ່າວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, ມຽນ​ມາ​​ກຽມ​ພ້ອມ​ແລ້ວທີ່​ຈະ​ຮັບ​ເອົາ​ປະ​ຊາ​ຊົນ​ອົບ​ພະ​ຍົບ​ຍ້ອນສົງ​ຄາມ​ຈາກ​ບັງ​ກະ​ລາ​ເດັດ​ໃນ​ໄລ​ຍະ​ບໍ່​ດົນ​ມາ​ນີ້. ​ໃນຖະ​ແຫຼງ​ການ​ຂອງ​ມຽນ​ມາ​ຍັງ​ລະ​ບຸ​ວ່າ, ຈີນ​​ແລະ​ປະ​ເທດ​ອື່ນໆໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​​ແກ່​ຂະ​ບວນ​ການ​ດັ່ງ​ກ່າວ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ພະ​ຈິກ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ, ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​ກັບ​ຈີນ. ຈີນ​ໄດ້​ເອົາ​ໃຈ​ໃສ່ເຮັດ​ວຽກ​ໄກ່​ເກ່ຍ, ຊຸກ​ຍູ້​ໃຫ້​ສອງ​ປະ​ເທດ​ແກ້​ໄຂ​ບັນ​ຫາ​ລັດ​ຍະ​ໄຂ່​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື. ຫວັງ​ໃຫ້​ປະ​ຊາ​ຄົມ​ໂລກ​ຖະ​ນຸຖະ​ໜອມ​ຄວາມ​ຄືບ​ໜ້າ​ທີ່​ດີ​ນີ້, ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ເພື່ອ​ຊຸກ​ຍູ້​ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ແກ້​ໄຂ​ບັນ​ຫາ​ຢ່າງ​ແທ້​ຈິງ. ອົງ​ການ​ຈັດ​ຕັ້ງ​ສະ​ເພາະ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຕໍ່​ເລື່ອງ​ນີ້.

ຄຳ​ເຫັນ

0