黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ລັງ​ປະ​ກອບ​ອາ​ວຸດ​ປາ​ແລັ​ສ​ຕິນ​ປະ​ກາດ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ

2018-11-14 16:41:19 cri

ຂະ​ບວນການ​ຕໍ່ຕ້ານ​ອິດສະຣາມຂອງ​ປາ​​ແລັສຕິນຫຼື​​ຮາ​ມາສແລະ​​ກຳ​ລັງ​ປະ​ກອບ​ອາ​ວຸດ​ອື່ນໆປະ​ກາດ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ໃນ​ວັນ​ທີ 13 ພະ​ຈິກ​ນີ້. ​ກຳ​ລັງ​ປະ​ກອບ​ອາ​ວຸດ​ເຫຼົ່າ​ນີ້​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​​ໂດຍ​ສົງ​ເຂບຢູ່​ເຂດ​ກາ​ຊາ​ວ່າ, ພາຍ​ໃຕ້​ການ​ໄກ່​ເກ່ຍ​ຂອງ​ເອ​ຢິບ, ​ກຳ​ລັງປະ​ກອບ​ອາ​ວຸດ​ປາ​ແລັ​ສ​ຕິນ​ເຫັນ​ດີ​ຢຸ​ດ​ຍິງ​ກັບ​ອິ​ສ​ຣາ​ແອນ. ຖ້າ​ວ່າ​ອິ​ສ​ຣາ​ແອັນ​ປະ​ຕິ​ບັດ​ສັນ​ຍາ​ຢຸດ​ຍິງ, ກຳ​ລັງປະ​ກອບ​ອາ​ວຸດ​ປາ​ແລັ​ສ​ຕິນ​ກໍ​ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າວ​ເຊັ່ນ​ກັນ.

​ນອກ​ນີ້, ຫ້ອງ​ການ​ນາ​ຍົກ​ລັດ​ຖະມົນ​ຕີ​ອິ​ສ​ຣາ​ແອນ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 13 ພະ​ຈິກ​ນີ້ວ່າ, ຄະ​ນະ​ຄວາມ​ໝັ້ນ​ຄົງຂອງ​ລັດ​ຖະ​ບານອິ​ສ​ຣາ​ແອນ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ມື້​ດັ່ງ​ກ່າວ​ເພື່ອ​ປຶກ​ສາ​ຫາ​ລື​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ໃຕ້​ອິ​ສ​ຣາ​ແອນ, ແລະ​ຮຽກ​ຮ້ອງ​ໃຫ້​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຕໍ່​ເຂດ​ກາ​ຊາ​ໃນ​ເວ​ລາ​ມີ​ຄວາມ​ຈຳ​ເປັນ.

ຄຳ​ເຫັນ

0