黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນພົບປະກັບປະທານາທິບໍດີສິງກະໂປ

2018-11-14 20:26:27 cri

图片默认标题

ຕອນບ່າຍວັນທີ 14 ພະຈິກນີ້ ເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະທ່ານນາງ ຮາຣີມາ ຢາໂຄບ ປະທານາທິບໍດີສິງກະໂປຢູ່ທີ່ພຳນັກປະທານາທິບໍດີ.

ທ່ານຫຼີເຄີ້ສຽງກ່າວວ່າ, ເມື່ອ 40 ປີກ່ອນ ທ່ານເຕິ້ງສຽວຜິງໄດ້ຢ້ຽມຢາມສິງກະໂປ, ການນຳຮຸ້ນກ່ອນໄດ້ ສ້າງພື້ນຖານຂອງການພົວພັນມິດຕະພາບພິເສດລະຫວ່າງຈີນ-ສິງກະໂປຮ່ວມກັນ. ຫຼັງຈາກນັ້ນ, ສິງກະໂປໄດ້ເຂົ້າຮ່ວມຂະບວນການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນ, ສອງຝ່າຍໄດ້ບັນລຸການ ໄດ້ຮັບຜົນປະໂຫຍດຮ່ວມກັນ. ຈີນຍິນດີຮ່ວມກັບສິງກະໂປ ຊຸກຍູ້ການພົວພັນລະຫວ່າງສອງປະເທດໄດ້ຮັບ ການພັດທະນາຫຼາຍກວ່າເກົ່າໃນຍຸກໃໝ່.

ທ່ານນາງຮາຣີມາກ່າວວ່າ, ຂະບວນການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ເປັນເວລາ 40 ປີຂອງຈີນ ເຮັດໃຫ້ຈີນໄດ້ກ້າວຂຶ້ນສູ່ເສັ້ນທາງທີ່ພັດທະນາຢ່າງວ່ອງໄວ, ອັນໄດ້ນຳເອົາຜົນປະໂຫຍດມາຍັງຈີນແລະ ທົ່ວໂລກ, ການພົວພັນສິງກະໂປ-ຈີນກໍ່ໄດ້ເຂົ້າສູ່ຂະບວນໃໝ່.ໃນໄລຍະທ່ານຫຼີເຄີ້ສຽງຢ້ຽມຢາມສິງກະໂປ, ສອງຝ່າຍໄດ້ເຊັນສັນຍາຮ່ວມມືໃນ 10 ກວ່າໂຄງການ, ໄດ້ສ້າງເວທີໃໝ່ໃຫ້ແກ່ການລົງເລິກການຮ່ວມມືດ ຊຸກຍູ້ໃຫ້ການພົວພັນສິງກະໂປ-ຈີນຂຶ້ນສູ່ລະດັບໃໝ່.

ຄຳ​ເຫັນ

0