蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະ​ຈັດ​ກາ​ນ​ເລືອກ​ຕັ້​ງ​ທົ່ວ​ໄປ​ຕາມ​ເວ​ລາ​ກຳ​ນົດ​ໃນ​ເດືອນ​ກຸມ​ພາ​ປີ​ໜ້າ

2018-11-15 10:44:44 CRI

ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 13 ພະ​ຈິກ​ນີ້, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄທ​ກ່າວ​ເນັ້ນ​ໜັກວ່າ, ຈະ​ຈັດ​ກາ​ນ​ເລືອກ​ຕັ້​ງ​ທົ່ວ​ໄປ​ຕາມ​ເວ​ລາ​ກຳ​ນົດ​ໃນ​ເດືອນ​ກຸມ​ພາ​ປີ​ໜ້າ.

ມື້​ດຽວ​ກັນ, ທ່ານ​ວິ​ສະ​ນຸ ເຄືອ​ງາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໃຫ້​ສຳ​ພາດ​ນັກ​ຂ່າວ​ວ່າ, ລັດ​ຖະ​ບານ​ໄດ້​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ກຳ​ມະ​ການ​​ການເລືອກ​ຕັ້ງ​ກາງຫຼາຍ​ເທື່ອ​ແລ້ວ ແລະ ບໍ່​ມີ​ແຜນ​ຈະ​ແກ່​ຍາວ​ເວ​ລາ​ຈັດ​ການ​ເລືອກ​ຕັ້ງ. ກ່ອ​​ນໜ້າ​ນີ້, ລັດ​ຖະ​ບານ​ໄທ​ເຄີຍ​ປະ​ກາດ​ວ່າ​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ກຸມ​ພາ​ປີ​ໜ້າ. ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ​ນາ​ຍົກລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ, ຄາດ​ວ່າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກຸມ​ພາ 2019.

ປັດ​ຈຸ​ບັນ, ໄທ​ມີ 37 ກຸ່ມ​ການ​ເມືອງ​ສະ​ໝັກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ​ແຕ່​ມີ​ພຽງ 25 ພັກ​ເທົ່າ​ນັ້ນ ທີ່​ຈົດ​ທະ​ບຽນ​ການ​ເລືອກ​ຕັ້ງ​ສຳ​ເລັດ. ປະ​ທານຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​​ກາງ​ຂອງໄທ​ກ່າວ​ເນັ້ນ​ວ່າ, ການ​ຢືນ​ຢັນ​ຄຸນ​ວຸດ​ທິ​ຂອງ​​ແຕ່​ລະ​ພັກ​ຈະ​ໃຫ້​ສຳ​ເລັດ​ໃນ​ອາ​ທິດ​ໜ້າ. ຜົນ​ການ​ສຳຫຼວດ​ທີ່​ສະ​ຖາ​ບັນ​ຄຸ້ມ​ຄອງ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ໄທ ຫຼື NDA ແລະ ອົງ​ການ​ຢັ່ງ​ປະ​ຊາ​ມະ​ຕິ​ມະ​ຫາ​ວິ​ທະ​ຍາ​ໄລ​​ສວນ ດູ​ຊິດ ຣາ​ຊະ​​ພັດ ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ມີ​ຜູ້​ຕອບ​​ແບບ​ສອບ​ຖາມ 95% ຂຶ້ນ​ໄປ​ກ່າວ​ວ່າ, ຈະ​ເຂົ້າ​ຮ່ວມ​ກາ​ນ​ປ່ອນ​ບັດ​ໃນ​ກາ​ນ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ນີ້.

ຄຳ​ເຫັນ

0