吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນຍາ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຈາກ​ລັດຖະບານ​ອັງກິດ

2018-11-15 17:37:15 cri

ວັນ​ທີ 14 ພະຈິກ​ນີ້, ທ່ານນາງ​ເທຣີຊາ ​​ເມ ນາ​ຍົກ​ລັດຖະມົນຕີອັງກິດກ່າວ​ວ່າ: ສັນຍາ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ທີ່​ບັນລຸ​ໄດ້​ລະຫວ່າງ​ອັງກິດ ​ແລະສະຫະພາບ​ເອີຣົບ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະມາຊິກລັດຖະບານອັງກິດ ​ເຊິ່ງ​ເປັນຄວາມ​ກ້າວໜ້າ​ທີ່​ສຳຄັນ​ໃນ​ຂະ​ບວນການ “ຖອນ​ອອກ​ຈາກ​ສະຫະ​ພາບ​ເອີຣົບ”.

ທ່ານ​ນາງ​​ເມກ່າວ​ວ່າ: ຫຼັງ​ຈາກ​ລັດ​ຖະບານ​ໄດ້​ປຶກສາ​ຫາລືຢ່າງ​ຈິງ​ຈັງ​ແລ້ວ​ເຫັນ​ວ່າ​ສັນຍາສະບັບ​ນີ້​ເປັນ​ສັນຍາ​ດີ​ທີ່​ສຸດ​ທີ່​ສາມາດບັນລຸ​ໄດ້​ລະຫວ່າງ​ອັງກິດ ​ແລະ​ເອີຣົບ. ທ່ານ​ນາງ​ເມ​ຈະ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຂອງ​ສັນຍາ​ກ່ຽວ​ຂ້ອງ​ຢ່າງ​ລະອຽດ​ໃນ​ສະພາ​ຕ່ຳ​ໃນ​ວັນ​ທີ 15 ພະຈິກ​ນີ້.

ວັນ​ທີ 13 ພະຈິກ​ນີ້, ອັງກິດ ​ແລະ​​ເອີຣົບໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ດ້ານ​ເນື້ອ​ໃນ​ສັນຍາ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ​ເຊິ່ງ​ເປັນ​ການ​ບຸກທະລຸຄັ້ງສຳຄັນ​ໃນ​ການ​ເຈລະຈາ “ການຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ລະຫວ່າງ​ອັງກິດ ​ແລະ​​ເອີຣົບ​ໃນໜຶ່ງ​ປີ​ປາຍຜ່ານມາ.

ຄຳ​ເຫັນ

0