蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເດີ​ນ​ທາງ​ດ້ວຍ​ເຮືອ​ບິນ​ພິ​ເສດ​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​​ເອ​ເປັກ​ຄັ້ງ​ທີ 26 ແລະ ຢ້ຽມ​ຢາມ 3 ປະ​ເທດ

2018-11-15 10:59:22 CRI

ວັນ​ທີ 15 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ບິນ​ພິ​ເສດ​ອອກ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ, ​ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​​​ບອບ ດາ​ແດ ຜູ້​ສຳ​ເລັດ​ລາຊະການ​ປາ​ປົວ ນີວກີ​ເນ, ທ່ານ​ປີ​ເຕີ ​ໂອ​​ເນວ ນາຍົກລັດຖະມົນຕີປາປົວ ​ນີວກີ​ເນ, ທ່ານ​ຮາ​ຈີ ຮັດ​ຊາ​ນານ ​ໂບ​ເກ​ຍ ຊຸນ​ຕັນ​ຂອງ​ປະ​ເທດ​ບຣູ​ໄນ ດາຣູຊາ​ລຳ ​ແລະ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​​ຢ້ຽມຢາມ 3 ປະ​ເທດ​ດັ່ງກ່າວ​ທາງລັດຖະກິດ​​ແຕ່​ວັນ​ທີ 15 ຫາ​ວັນ​ທີ 21 ພະຈິກ​ນີ້, ​ແລະຈະພົບ​ປະກັບ​ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ປາຊີ​ຟິກທີ່​ມີ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ຈີນ​ຢູ່​ປະ​ເທດ​ປາ​ປົວ ນີວກີ​ເນ. ​ນອກ​ນີ້, ​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນຂອງ​ທ່ານ ​ໂອ​ເນວ ນາຍົກລັດຖະມົນຕີປາປົວ ນີວກີ​ເນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການຄັ້ງທີ 26 ຂອງຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ ຫຼື ເອ​ເປັກ​ຢູ່​ປອກ​ໂມ​ເຣັ​ສ​ບີ ນ​ະ​ຄອນຫຼວງປາ​ປົວ ​ນີວກີ​ເນ​​ແຕ່​ວັນ​ທີ 17 ຫາ​ວັນ​ທີ 18 ພະຈິກ​ນີ້.

ຄຳ​ເຫັນ

0