吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊົມ​ເຊີຍ​ຄວາມ​ພະຍາຍາມ​ຂອງອີຣານ ​ແລະ​ອົງການ​ພະລັງງານ​ປະລະມາ​ນູສາກົນ​ໃນ​ການ​ຮັກສາ​ສັນຍາ​ນິວ​ເຄຼຍຮອບດ້ານ

2018-11-15 17:37:51 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ຜູ້ອຳນວຍການ​ໃຫຍ່ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ໄດ້ຍື່ນ​ບົດ​ລາຍ​ງານຫຼ້າ​ສຸດ​ໂດຍ​ຢັ້ງຢືນວ່າ ​ອີຣານ​ໄດ້​ປະຕິບັດ​ພັນທະ​ສັນ​ຍາ​ຮອບດ້ານກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານ. ວັນ​ທີ 14 ພະຈິກ​ນີ້, ທ່ານນາງ​ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ຈີນ​ຊົມ​ເຊີຍ​ຄວາມ​ພະຍາຍາມ​ຂອງ​ອີຣານ ​ແລະ​ອົງການ​ພະລັງງານ​ປະລະມາ​ນູສາກົນ​ ​ແລະ​ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວຂ້ອງຈະ​ຖື​ສະຖານະ​ການ​ໂດຍ​ລວມ​ເປັນ​ສຳຄັນ ​ແລະ​ມີ​ວິ​ໄສ​ທັດຍາວ​ໄກ ​ສືບ​ຕໍ່​ຮັກສາ ​ແລະ​ປະຕິບັດ​ຕາມ​ສັນຍາ​ຮອບດ້ານ.

ທ່ານ​ນາງ​ຮວ້າຊຸ່ນຢີງກ່າວ​ວ່າ: ຈີນ​ໄດ້​ເອົາ​ໃຈ​ໃສ່​ຕໍ່ບົດ​ລາຍ​ງານ​ຂອງ​ຜູ້ອຳນວຍການ​​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ ​ເຊິ່ງ​ເປັນ​ເທື່ອ​ທີ 13 ລຽນ​ຕິດ​ແລ້ວທີ່​ຜູ້ອຳນວຍການ​ໃຫຍ່​ອົງການ​ນີ້​ໄດ້​ຢັ້ງຢືນວ່າ ​ອີຣານ​ໄດ້​ປະຕິບັດ​ພັນທະສັນຍາ​ນິວ​ເຄຼຍນັບ​ຕັ້ງ​ແຕ່​ສັນຍາ​ຮອບດ້ານກ່ຽວກັບ​ບັນຫາ​ນິວ​ເຄຼຍອີຣານ​​ມີຜົນ​ສັກສິດ​ໃນ​ປີ 2016 ​ເປັນ​ຕົ້ນ​ມາ. ອົງການ​ພະລັງງານ​ປະລະມານູ​ສາກົນ​​ໄດ້​ດຳ​ເນີນ​ການ​ຕິດຕາມ​ກວດກາ​ແຜນການ​ນິວ​ເຄຼຍອີຣານຢ່າງພາວະ​ວິ​ໄສ ​ແລະຍຸຕິ​ທຳມາ​ໂດຍ​ຕະຫຼອດ. ຈີນສະ​ແດງ​ຄວາມ​ຍິນ​ດີ ​ແລະ​ຊົມ​ເຊີຍ​ຄວາມ​ພະຍາຍາມອັນ​ຕັ້ງໜ້າ​ຂອງ​ອີຣານ ​ແລະ​ອົງການ​ດັ່ງກ່າວ​.

 

ຄຳ​ເຫັນ

0