蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງ​ຢຸ​ນ​ນານ​ສ້າງ​ຕັ້ງ​ສູນ​ຝຶກ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ການ​ເດີນ​ເຮືອ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

2018-11-15 10:45:50 CRI

ເຈົ້າ​ໜ້າ​ທີ່​ພະ​ແນກ​ຄົມ​ມະ​ນາ​ຄົມ​ແຂວງ​ຢຸ​ນ​ນານ​ຈີນ​ແຈ້ງວ່າ, ພະ​ແນກ​ຕົນ​ໄດ້​ເຊັນ​ສັນ​ຍາ​ຂອບ​ການ​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ວຽກ​ງານ​ທາງ​ທະ​ເລ​ຕ້າ​ລຽນ​ຈີນ ເພື່ອ​ສ້າງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄົມ​ມະ​ນາ​ຄົມ​ມະ​ຫາ​ວິ​ທະ​ຍາ​ໄລ​ທາງ​ທະ​ເລ​ຕ້າ​ລຽນ-ຢຸນ​ນານ​ຈີນ ແລະ ສ້າງ​ຕັ້ງ “ສູນ​ຝຶກ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ການ​ເດີນ​ເຮືອ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ພາຍ​​ໃນສະ​ຖາ​ບັນ​ດັ່ງ​ກ່າວ.

ໃນ​ຖາ​ນະ​ເປັນ​ແຂວງ​ສຳ​ຄັນ​ທີ່​ຕາງ​ໜ້າ​ຈີນ​ເຂົ້າ​ຮ່ວມ​ກົນ​ໄກ​ການຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ໃນຫຼາຍ​ປີ​ມາ​ນີ້, ແຂວງ​ຢຸນ​ນານ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່​ວມ ແລະ ພັດ​ທະ​ນາ​ວຽກ​ງານ​ການ​ເດີນ​ເຮືອ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ. ນອກ​ຈາກ​ສ້າງ​ຕັ້ງ​ສູນ​ດັ່ງ​ກ່າວ​ແລ້ວ, ຍັງ​ໄດ້​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍ​ໄລ​ວຽກ​ງ​ານ​ທາງ​ທະ​ເລ​ຕ້າ​ລຽນ​ສ້າງ​ “ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ເພື່ອ​ອົບ​ຮົມ​ບົ່ມ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທາງ​ການ​ເດີນ​ເຮືອ​ສາ​ກົນ ແລະ ດຳ​ເນີນ​ວຽກ​ງານ​ປະ​ດິດ​ສ້າງ​ໃໝ່​ທາງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ທີ່ຫັນ​ໜ້າ​ສູ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຄຳ​ເຫັນ

0