黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ສຸດ​ຍອດອາ​ຊຽນຄັ້ງທີ 33 ​ແລະ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກອັດ​ລົງດ້ວຍ​ບັນຍາກາດ​ສ້າງສັນ

2018-11-16 16:47:59 CRI

ກອງ​ປະຊຸມ​ສຸດ​ຍອດອາ​ຊຽນຄັ້ງທີ 33 ​ແລະ​ບັນດາກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໄດ້ອັດ​ລົງ​ໃນ​ວັນ​ທີ 15 ພະຈິກ​ນີ້​ຢູ່​ສິງກະ​ໂປ ​ໂດຍການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ໄດ້​ກາຍ​ເປັນ​ບັນຍາກາດສ້າງສັນຂອງ​ກອງ​ປະຊຸມ​ຕ່າງໆ​ເທື່ອ​ນີ້.

ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີ​ສິງກະ​ໂປ ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ ​ໄດ້​ກ່າວ​ໃນ​ພິທີ​ປິດກອງ​ປະຊຸມ​ວ່າ: ​ໃນ​ປີຜ່ານມາ, ອາ​ຊຽນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃຫຍ່​ຕາມທິດ​ທາງ​ທີ່​ມີ​ຄວາມສາມັກຄີກັນ​ກວ່າ​ເກົ່າ, ມີ​ຄວາມ​ອົດທົນອົດ​ກັ້ນຫຼາຍກວ່າ​ເກົ່າ ​ແລະ ມີ​ຫົວຄິດ​ປະດິດ​ສ້າງຫຼາຍກວ່າ​ເກົ່າ ສິງກະ​ໂປ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ແລະ​ຄວາມ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ກໍ​ຄື​ບັນດາຄູ່​​ເຈລະຈາອາ​ຊຽນ.

ທ່ານ​ລີ​ຊຽນລົງ ກ່າວ​ຕື່ມ​ວ່າ: ບັນດາ​ປະ​ເທດ​ອາ​ຊຽນຈະ​ສືບ​ຕໍ່​ສ້າງ​ແລະ​ເພີ່ມ​ທະວີ​ການ​ສ້າງປະຊາ​ຄົມ​ອາ​ຊຽນ, ​ເຕົ້າ​ໂຮມຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ຊັບພະຍາກອນ​ຕ່າງໆ, ປັບປຸງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ແລະ ຮັກສາການ​ເປີດ​ປະຕູ​ແລະ​ກວມ​ລວມຂອງ​ອາ​ຊຽນ.

​ໃນ​ໄລຍະ​ປະຊຸມ, ການ​ຮ່ວມ​ມືຫຼາຍຝ່າຍ, ການຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໄດ້​ກາຍ​ເປັນ​ບັນຍາກາດສ້າງສັນຂອງ​ກອງ​ປະຊຸມ, ລະຫວ່າງ​ປະ​ເທດ​ອາ​ຊຽນ ​ແລະ ອາ​ຊຽນກັບ​ຄູ່​​ເຈລະຈາ ​ໄດ້​ຜ່ານ​ການ​ຮັບຮອງ​ເອກະສານ​ຮ່ວມ​ມືຫຼາຍສະບັບ; 10 ປະ​ເທດ​ອາ​ຊຽນ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເອ​ເລັກ​ໂຕຣນິກອາ​ຊຽນ, ​ເລີ່​ມປະຕິບັດ​ຂອບ​ເຄືອ​ຂ່າຍ​ເມືອງ​ອັດ​ສະ​ລິ​ຍະ​ອາ​ຊຽນ ​​ເພື່ອຊຸກຍູ້ການ​ຮ່ວມ​ມື​ໃນ​ອາ​ຊຽນ​ໃຫ້​ກ້າວເຂົ້າສູ່​ລວງ​ເລິກ.

ຄຳ​ເຫັນ

0