覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ວິ​ສາ​ມັນ​ເພື່ອຮັບ​ຮອງສັນ​ຍາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ

2018-11-16 11:08:12 cri

ພາຍຫຼັງ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອັງ​ກິດ​ເຊັນ​ສັນ​ຍາ​​ວ່າ​ດ້ວຍ​ການຖອນ​ອອກ​ຈາກ​ເອີ​ຣົບ​​ຂອງ​ອັງ​ກິດ, ​ທ່ານ​ໂດ​​ໂນ ທັ​ສ ປະ​ທານສະ​ພາ​ມົນ​ຕີ​ເອີ​ຣົບ​ປະ​ກາດ​ໃນ​ວັນ​ທີ 15 ພະ​ຈິກ​ນີ້​ວ່າ,ສະ​ຫະ​ພາບ​ເອີ​ຣົບກຳ​ນົດ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ວິ​ສາ​ມັນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້​ເພື່ອ​ພິ​ຈາ​ລະ​ນາ​​ໃຫ້​ການ​ຮັບ​ຮອງ​ແກ່​ສັນ​ຍາ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ອັງ​ກິດ​ຢ່າງ​ເປັນ​ທາງ​ການ.
 

 ທ່ານທັ​ສຢືນ​ຢັນ​ວ່າ ປັດ​ຈຸ​ບັນ,  27 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ກຳ​ລັງ​​ພິ​ຈາ​ລະ​ນາສັນ​ຍາ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ. ທ້າຍ​ອາ​ທິດ​ນີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ 27 ປະ​ເທດ​ປະ​ຈຳ​ສະ​ຫະ​ພາບ​ເອີ​ຣົບ​ຈະ​ປະ​ຊຸມ​ກັນ​ເພື່ອ​ພິ​ຈາ​ລະ​ນາ​ເນື້ອ​ໃນ​ຂອງ​ສັນ​ຍາ​ດັ່ງ​ກ່າວ.
 

ຂະ​ນະ​ດຽວ​ກັນ, ເນື່ອງ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອັງ​ກິດ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ແລ້ວ​ກ່ຽວ​ກັບ​ເນື້ອ​ໃນ​ໃຈ​ຄວາມ​ສຳ​ຄັນ​ຂອງ​ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ພົວ​ພັນ​ສະ​ຫະ​ພາບ​ເອີ​ຣົບ-ອັງ​ກິດ​ໃນ​ຕໍ່​ໜ້າ, ເອກ​ອັກ​ຄະ​ລັດ​ຖະ​ທູດ 27 ປະ​ເທດ​ປະ​ຈຳ​ສະ​ຫະ​ພາບ​ເອີ​ຣົບ​ຈະ​ປຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ​ເພື່ອມອບ​ໝາຍ​ໃຫ້​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ຕັດ​ສິນ​ເນື້ອ​ໃນ​ຂອງ​ຖະ​ແຫຼງ​ການ​ຮ່ວມ. ຖ້າ​ຫາ​ທຸກ​ສິ່ງ​ຢ່າງ​ດຳ​ເນີນ​ໄປ​ດ້ວຍ​ດີ, ສະ​ພາ​ມົນ​ຕີ​ເອີ​ຣົບ​ຈະ​ຈັດ​ກອງ​ປະ​ຊຸ​ມ​ສຸດຍອດ​ສະ​ໄໝ​ວິ​ສາ​ມັນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້, ຫົວ​ໜ້າ​ລັດ​ຖະ​ບານຂອງ 27 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ສັນ​ຍາ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຈົນ​ກວ່າ​ຈະ​ໃຫ້​ການ​ຮັບ​ຮອງ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0