吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາ​ທີ່ປຶກສາອຸດສາຫະກຳການ​ຄ້າ APEC ຮຽກຮ້ອງ​ໃຫ້​ກຸ່ມ​ເສດຖະກິດ​ອາຊີ-ປາຊີ​ຟິກຫຼຸດຜ່ອນຄວາມ​ຂັດ​ແຍ້​ງດ້ານການ​ຄ້າ

2018-11-16 16:33:17 cri

ວັນ​ທີ 15 ພະ​ຈິກ​ນີ້, ສະພາ​ທີ່​ປຶກສາອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ຮ່ວມ​ມືເສ​ດຖະກິດມື​ອາຊີ-ປາຊີ​ຟິກ (APEC) ​ໄດ້​ຮຽກຮ້ອງ​ໃຫ້​ບັນ​ດາກຸ່ມ​ເສດຖະກິດ​ຕ່າງໆ​ທີ່​ເປັນສະມາຊິ​ກຫຼຸດຜ່ອນ​ຄວາມ​ຂັດ​ແຍ້​ງດ້ານການ​ຄ້າ ​ເພື່ອ​ຫຼີກ​ເວັ້ນສະພາບ​ການ​ຫັນ​ເປັນ​ລັດທິປົກ​ປ້ອງການ​ຄ້າ.

ສະພາທີ່ປຶກສາ​ການ​ຄ້າ APEC ​ໄດ້​ຍືນ​ບົດ​ລາຍ​ງານປະ​ຈຳປີ​ຕໍ່​ຜູ້ນຳບັນດາ​ກຸ່ມ​ເສດຖະກິດ​. ​ເພື່ອ​ຫຼຸດຜ່ອນ​ຄວາມ​ຂັດ​ແຍ້​ງດ້ານການ​ຄ້າ ​ແລະ​ຊຸກຍູ້ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​​ແບບກວມ​ລວມ, ບົດ​ລາຍ​ງານ​ມີ​ຂໍ້​ສະ​ເໜີ 3 ຂໍ້ ຄື: ໜຶ່ງ, ສືບ​ຕໍ່​ສະໜັບສະໜູນການ​ແກ້​ໄຄວາມ​ຂັດ​ແຍ້​ງດ້ານການ​ຄ້າ​ພາຍ​ໃຕ້​ຂອບ​ອົງການ​ການ​ຄ້າ​ໂລກ, ຫຼີກ​ເວັ້ນການ​ຂຶ້ນ​ພາສີ​ທີ່​ສ້າງ​ຄວາມ​ຂັດ​ແຍ້​ງດ້ານ​ການ​ຄ້າ; ສອງ, ຕັ້ງໜ້າ​ຮ່ວມ​ມື​ກັບ​ສັງຄົມ ​ແລະ​ວິ​ສາ​ຫະກິດ, ​​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ທີ່​ສາມາດ​ສົ່ງ​ຜົນ​ໃຫ້​ປະຊາຊົນ​ທີ່​ມີ​ລາຍ​ຮັບ​ປານກາງ ​ແລະ​ຕ່ຳ ກໍ​ຄື​ນະ​ໂຍບາຍ​ທີ່​ສາມາດ​ຍົກ​ສູງ​ປະສິດທິພາບ​ດ້ານ​ການ​ຜະລິດ; ສາມ, ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສະໜອງ​ອິນ​​ເຕີ​ເນັດ​ທີ່ມີຄວາມໄວສູງ, ປອດໄພ ແລະລາຄາຖືກ.

ຄຳ​ເຫັນ

0