吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ຫຼາຍ​ກວ່າ 1600 ຄົນ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືດ້ານ​ບໍ່​ແຮ່​ຈີນ-ອາ​ຊຽນປີ 2018

2018-11-16 16:34:10 cri

ວັນ​ທີ 15 ພະຈິກ​ນີ້, ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານບໍ່​ແຮ່​ຈີນ-ອາຊຽນປີ 2018 ​ແລະງານ​ໂຄສະນາ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ.

ທ່ານ​ລີງ​ເຢວ້​ມີ​ງ ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ມື້​ດຽວ​ກັນ​ວ່າ: ຂະ​ແໜງ​ການ​ບໍ່​ແຮ່​ເປັນ​ໜຶ່ງ​ໃນຂົງ​ເຂດ​ທີ່​ສຳຄັນ​ທີ່​ສຸດ​ດ້ານ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ ​ແລະ​ອາ​ຊຽນ. ວົງ​ການ​ບໍ່​ແຮ່​ຂອງ​ຈີນ ​ແລະ​ອາຊຽນຄວນ​ມີ​ຄວາມ​ໝັ້ນ​ໃ​ຈຢ່າງ​ໜັກ​ແໜ້ນ, ລົງ​ເລິກ​ຊຸກຍູ້​ການ​ຮ່ວມ​ມື​ຕົວຈິງ​ດ້ານ​ຂະ​ແໜງ​ການ​ບໍ່​ແຮ່.

​ເຈົ້າ​ໜ້າ​ທີ່​ອົງການ​ບໍ່​ແຮ່​ຂອງ​ລາວ, ກຳປູ​ເຈຍ, ມຽນມາ, ມົງ​ໂກ​ລີ ​ແລະປະ​ເທດ​ອື່ນໆ​​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລືເຊັ່ນ​ດຽວ​ກັນ​.

​ເວທີ​ປຶກສາ​ຫາລືດ້ານ​ບໍ່​ແຮ່​ຄັ້ງ​ນີ້​ພາຍ​ໃຕ້​ຫົວ​ຂໍ້ “ສຸ​ມ​ໃສ່​ການ​ຮ່ວມ​ມືຕາມ​ເສັ້ນທາງ​ສາຍ​ໄໝ, ​ພັດທະນາ​ຂະ​​ແໜ່​ງການ​ບໍ່​ແຮ່​ແບບ​ສີຂຽວ”, ປິ່ນອ້ອມ​​ນະ​ໂຍບາຍ ​ແລະ​ປະຕິບັດ​ການ​ພັດທະນາ​ແບບສີ​ຂຽວ​, ການ​ພັດທະນາ​ວິ​ສາ​ຫະກິດ​ບໍ່​ແຮ່​ສີຂຽວ ​ແລະອື່ນໆ​​ເພື່ອດຳ​ເນີນ​ການ​ປຶກສາ​ຫາລື, ຂະນະ​ດຽວ​ກັນ​ກໍ​ໄດ້ຈັດງານ​ວາງສະ​ແດງກ່ຽວ​ກັບເຕັກນິກ​ໃໝ່​ຂອງ​ຂະ​ແໜງ​ການ​ບໍ່​ແຮ່, ​ເຄື່ອງ​ຈັກ​ບໍ່​ແຮ່ ​ແລະ​ເພັດ​ນິນ​ຈິນດາ, ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ປະມານ 1600 ຄົນ​ ​ແລະ​ມີນັກທຸລະກິດ​ປະມານ 4000 ຄົນ​ເຂົ້າຮ່ວມ. ທຽບ​​ໃສ່​​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ບໍ່​ແຮ່​ຈີນ-ອາຊຽນ​ໃນ​ປີຜ່ານມາ, ​ເວທີ​ປຶກ​ສາ​ຫາລື​ຄັ້ງນີ້​ມີ​ຂະໜາດ ​ແລະ​ລະດັບ​ສູງ​ກວ່າ.

ຄຳ​ເຫັນ

0