吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິລິບ​ປິນກຳ​ນົດສະຫຼອງ​ວັນ​ລະນຶກການ​ສິ້ນ​ສຸດ​ສົງຄາມ​ໂລກຄັ້ງ​ທີສອງ

2018-11-16 16:34:47 cri

ວັນ​ທີ 15 ພະຈິກ​ນີ້, ທຳນຽບປະທາ​ນາ​ທິບໍດີ​ຟິລິບ​ປິນ​ໄດ້​ປະກາດ​ວ່າ: ທ່ານ​ໂຣດຣີໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ໄດ້ອອກລັດຖະດຳລັດ​ໂດຍ​ກຳນົດ​​ໃຫ້​ວັນ​ທີ 2 ກັນຍາຂອງ​ແຕ່ລະ​ປີ​ເປັນ​ວັນ​ລະ​ນຶກການ​ສິ້ນ​ສຸດ​ສົງຄາມ ໂລກຄັ້ງ​ທີ​ສອງ ​ເພື່ອ​ລະນຶກ​ເຖິງ​ວິລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອຊາດຟິລິບ​ປິນຈາກ​ການ​ຮຸກ​ຮານ​ຂອງກອງທັບ​ຍີ່​ປຸ່ນ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2.

ຕາມລັດຖະດຳລັດ​ສະ​ບັບນີ້, ​ໃນ​ວັນ​ທີ 2 ກັນຍາຂ​ອງ​​ແຕ່ລະ​ປີ, ​ແຂວງ​ອິຟູ​ກາວ​ທີ່​ຕັ້ງ​ຢູ່​ພາກ​ເໜືອຂອງ​ເກາະ​ລູຊອນເຊິ່ງ​​ເປັນ​ເຂດ​ທີ່​ກອງທັບ​ຍີ່ປຸ່ນ​ຍອມ​ຈຳນົນ​ຢູ່​ຟິລິນ​ປິນ​ໃນ​ສົງຄາມ​ໂລກຄັ້ງ​ທີ 2 ຈະ​ພັກ​ລັດຖະການ 1 ມື້. ຂະນະ​ດຽວ​ກັນລັດຖະດຳລັດ​ຍັງ​ຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແຂວງ​ອິຟູ​ກາວ​ຕ້ອງ​ຮ່ວມ​ມື​ກັບ​ຄະ​ນະ​ກຳມະການ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຟິລິປິ​ນ, ຫ້ອງການ​ພາລະກິດນັກຣົບ​​ເກົ່າຟິລິບ​ປິນ ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ເມືອງ​ທີ່​ກ່ຽວຂ້ອງ, ຈັດ​ກິດຈະກຳ​ລະນຶກ ​ແລະ​​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ລັດຖະບານ, ປະຊາຊົນ, ຜູ້​ເຊື່ອຖື​ສາສະໜາ, ບຸກຄົນ​ຂອງອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ, ວິ​ສາ​ຫະກິດ ​ແລະພົນລະ​ເມືອງ​ໃຫ້​ເຂົ້າ​ຮ່ວມ​ໃນພິທີ​ດັ່ງກ່າ​ວ.

ຄຳ​ເຫັນ

0