黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ປະກາດ​ຂວ້ຳ​ບາດ​ 26 ອົງກອນ​ຂອງ​ກູ​ບາ

2018-11-16 16:48:58 CRI

ວັນ​ທີ 14 ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ ​ໄດ້​ປະກາດ​ໃຊ້​ມາດ​ຕະການ​ຂວ້ຳ​ບາດ​ 26 ອົງກອນ​ຂອງ​ກູ​ບາ ​ໂດຍມີ​ຜົນ​ບັງຄັບ​ໃຊ້ນັບ​ແຕ່​ວັນ​ທີ 15 ເປັນຕົ້ນ​ໄປ.

​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ​ໄດ້​ລະບຸ​ວ່າ: 26 ອົງກອນຂອງ​ກູ​ບາທີ່​ຖືກ​ຂວ້ຳ​ບາດ​ເທື່ອ​ນີ້ລ້ວນ​ແຕ່​ມີ​ສ່ວນກ່ຽວຂ້ອງ​ກັບ​ພາກສ່ວນ​ການ​ທະຫານ​ແລະ​ພາກສ່ວນ​ຂ່າວ​ລັບ​ຂອງ​ກູ​ບາ, ​ໃນ​ນີ້​ມີ 16 ອົງກອນ​ແມ່ນ​ໂຮງ​ແຮມ. ອາ​ເມຣິກາ​ເຫັນ​ວ່າ​ໂຮງ​ແຮມ​ເຫຼົ່ານີ້​ລ້ວນ​ແຕ່​ເປັນ​ຂອງ​ເຈົ້າໜ້າ​ທີ່​ທະຫານ​ກູ​ບາ ສະນັ້ນ, ຈຶ່ງ​ຫ້າມ​ບໍ່​ໃຫ້​ພົນລະ​ເມືອງ​​ແລະ​ວິ​ສາ​ຫະກິດປະ​ເທດ​ຕົນ​ເຮັດ​ທຸລະ​ກິດ​ດ້ານ​ການ​ເງິນ​ໂດຍ​ກົງກັບ​ເປົ້າໝາຍ​ຖືກ​ຂວ້ຳ​ບາດ​ດັ່ງກ່າວ​ໂດຍ​ກົງຢ່າງ​ເດັດຂາດ.

ຄຳ​ເຫັນ

0