黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕີ​ມໍ​ເລສ​ເຕ​ປາຖະໜາ​ໃຫ້​ສາຍ​ພົວພັນ​ກັບ​ຈີນ​ພັດທະນາ​​ຢ່າງ​ບໍ່​ຢຸດ​ຢັ້ງ

2018-11-16 16:52:06 CRI

ທ່ານກູ​ເຕີ​ເຣັສ ລູ​ໂອ​ໂລ ປະທານາທິບໍດີ​ຕີ​ມໍ​ເລສ​ເຕ ກ່າວ​ໃນ​ວັນ​ທີ 15 ພະຈິກ​ນີ້​ວ່າ: ປະ​ເທດ​ຕົນໃຫ້​ຄວາມ​ສຳຄັນ​ຢ່າງສູງ​ຕໍ່​ມິດຕະພາບ​ແລະ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​​ກັບ​ຈີນ ​ແລະ ປາຖະໜາ​​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ວັນ​ດັ່ງກ່າວ, ທ່ານ​ຊ່ຽວຈ້ຽນ​ໂກ ​ເອກ​ອັກ​ຄະລັດຖະທູດຈີນ​ປະຈຳຕີ​ມໍ​ເລສ​ເຕ​ຄົນ​ໃໝ່ ​ໄດ້​ຍື່ນ​ສານ​ຕາຕັ້ງຕໍ່​ທ່ານ​ລູ​ໂອ​ໂລ ຈາກ​ນັ້ນ, ສອງ​ຝ່າຍ​ໄດ້​ສົນທະນາ​ກັນ​ໃນ​ບັນຍາກາດ​ທີ່​ດີ. ທ່ານ​ລູ​ໂອ​ໂລ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ຊ່ຽວຈ້ຽນ​ໂກ ທີ່​ມາປະຕິບັດ​ໜ້າ​ທີ່​ຕຳ​ແໜ່​ງ​ໃໝ່, ຕີ​ລາຄາ​ສູງ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ແຕ່​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ເປັນຕົ້ນມາ ​ແລະ ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແລະ​ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ​ແກ່​ຕີ​ມໍ​ເລສ​ເຕ​ເພື່ອ​ຄວາມ​ເປັນ​ເອກະລາດ​​ແຫ່ງ​ຊາດ​ແລະ​ການ​ພັດທະນາ​ຂອງປະ​ເທດຕົນ. ນອກ​ນີ້, ທ່ານ​ລູ​ໂອ​ໂ​ລຍັງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໝາກຜົນ​ອັນຍິ່ງ​ໃຫຍ່ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຕະຫຼອດ​ໄລຍະ 40 ປີຜ່ານມາ.

ທ່ານ​ຊ່ຽວຈ້ຽນ​ໂກ ກ່າວ​ວ່າ: ຈີນ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ຍອມຮັບຕີ​ມໍ​ເລສ​ເຕເປັນ​ປະ​ເທດ​ເອກະລາດ ​ແລະ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບຕີ​ມໍ​ເລສ​ເຕ ​ແລະ ຕະຫຼອດ​ໄລຍະ 16 ປີຜ່ານມາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ນັບ​ມື້​ເປີດ​ດກວ້າງ​ອອກ ​ເຊິ່ງ​ເປັນ​ແບບຢ່າງ​ທີ່​ປະ​ເທດ​ນ້ອຍ​ປະ​ເທດໃຫຍ່​ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ, ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດຕະພາບແລະຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ຄຳ​ເຫັນ

0