赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດໝູ່​ເກາະ​​ປາ​ຊີ​ຟິກ​ໃຕ້​ຂຶ້ນ​ສູ່​ເວ​ທີ​ການ​ເມືອງ​ສາ​ກົນ

2018-11-17 11:46:46 CRI

图片默认标题_fororder_1123726560_15423791786591n

ວັນ​ທີ 16 ພະ​ຈິກ​ຕາມ​ເວ​ລາ​ທ້ອງ​ຖີ່ນ,​ຢູ່ນະ​ຄອນ​ຫຼວງ​ປອດ​ໂມ​ເຣ​ສີບ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ​ ຈີນ​ທີ່​ພວມ​ຢ້ຽມ​ຢາມຢູ່​​ປາ​ປົວ​ນິວ​ກີ​ເນ​ທາງ​ລັດ​ຖະ​ກິດ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ບັນ​ດາ​ປະ​ເທດ​ໝູ່​ເກາະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ທີ່ ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ ສ​ປ ຈີນຕາມ​ລຳ​ດັບ, ແລະ​ໄດ້​ ພົບ​ປະແບບ​ຮວມ​ໝູ່​ກັບ​ຜູ້​ນຳ​ແລະ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຂອງ​ປະ​ເທດ​ເຫຼົ່າ​ນີ້ ໂດຍໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົ​ວ​ພັນ​ບະ​ຫວ່າງ​ຈີນ​ແລະ​ບັນ​ດາ​ປະ​ເທດ ໝູ່​ເກາະ​​​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ທັງ​ໄດ້​ສະ​ເໜີຄວາມ​ຄິດ​ເຫັນ 4 ຂໍ້​ ຄື: ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ນຳ​ກັນ, ຮັດ​ແໜ້ນ​ມິດ​ຕະ​ພາບ, ປົກ​ປັກ​ຮັກ​ສາ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ຮ່ວມ​ກັນ ອັນ​ເປັນ​ການ​ສ້າງ​ຍຸກ​ໃໝ່​ແຫ່ງ​ການ​ພົວ​ພັນ​ຈີນ-ປະ​ເທດ ໝູ່​ເກາະ​​ປາ​ຊີ​ຟິກ.

ໃນ​ຫຼາຍມື້​ມໍ່ໆ​ມານີ້ ໂດຍ​ປິ່ນ​ອ້ອມ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີຈິ້ນ​ຜິງ, ສື່ມວນ​ຊົນຕາ​ເວັນ​ຕົກ​ໄດ້​ສຸມ​ໃສ່​ບົດ​ບາດ​ຂອງ​ຈີນ​ທີ່​ນັບ​ມື້​ນັບ​ຂະ​ຫຍາຍວົງກວ້າງ​ອອກ​ຢູ່​ເຂດ​ປາ​ຊີ​ຟິກ​ໃຕ້.

ເຊິ່ງ​ຂ່າວ​ສານ​ອາ​ເປ​ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ຢູ່​ນະ​ຄອນ​ຫຼວງ​ປອດ​ໂມ​ເຣ​ສ​ບີະ​ໄດ້​ເຫັນ​ຮ່ອງ​ຮອຍ​ຂອງ​ຈີນ​ທົ່ວ​ທຸກ​​ແຫ່ງ​ຫົນ: ເສັ້ນ​ທາງ​, ສູນ​ປະ​ຊຸມ​ສາ​ກົນ, ສະ​ຖາ​ນີ​ລົດ​ເມ ເຊິ່ງ​ເປັນ​ໂຄງ​ການ​ທີ່​ຈີນ​ຊ່ວຍ​ເຫຼືອ ແລະ​ອື່ນໆ, ກ່ອນ​​ທີ່ທ່ານ​ສີຈິ້ນ​ຜິງ​ເດີນ​ທາງ​ໄປ​ຮອດມື້​ໜຶ່ງ, ສື່ມວ​ນ​ຊົນ​ທ້ອງ​ຖີ່ນ​ໄດ້​ພິມ​ບົດ​ຄວາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ລົງໃສ່​ໜັງ​ສື​ພິມເຕັມ​ໜ້າ ໂດຍ​​ລິ​ເລີ່ມ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດໝູ່​ເກາະ​​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິ​ກ​ຈົ່ງ​ເດີນ​ທາງ​ກ້າວ​ສູ່​ອະ​ນາ​ຄົດ. ການ​ລາຍ​ງານ​ຂ່າວ​ເຫຼົ່າ​ນີ້​ເຫັນ​ວ່າ, ການ​ກະ​ທຳ​ແລະ​​ຖ້ອຍ​ຄຳຂອງ​ຈີນ​ໄດ້​ສົ່ງ​ຂ່າວ​ທີ່​ໜ້າ​ເຊື່ອ​ຖື​​ໃຫ້​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ​ຕ່າງໆ​ຄື: ເຂົາ​ເຈົ້າ​ໄດ້​ມີ​​ທາງເລືອກ​​ໃໝ່​ແລ້ວ.

ເມື່ອ​ສັງ​ເກດ​ຢ່າງນອກ​ຕົວ​ແລ້ວ​ເຫັນ​ວ່າ, ບັນ​ດາ​ປະ​ເທດ ໝູ່​ເກາະ​​​ ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້​ສ່ວນ​ຫຼາຍ​ແມ່ນ​ປະ​ເທດ​ທີ່​ປະ​ກາດ​ເອ​ກະ​ລາດ​ໂດຍ​ຫຼຸດພົ້ນ​ອອກ​ຈາກ​ການ​ປົກ​ຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ຂອ​ງ​ປະ​ເທດຕາ​ເວັນ​ຕົກ​ບໍ່​ດົນ​ປານ​ໃດ, ​ເສດ​ຖະ​ກິດ​ຍັງ​ຢູ່​ໃນ​ໄລ​ຍະ​ຕົ້ນ​ແຫ່ງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ພື້ນ​ຖານ​ອ່ອນ​ແອ​ທີ່​ສຸດ, ໃນ​ຂະ​ນະ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ຈາກ​ປະ​ເທດລ່າ​ເມືອງ​ຂຶ້ນ​ໃນ​ແຕ່​ກ່ອນ​ນັ້ນ​, ແມ່ນ​ຍັງ​ຖືກ​ຜູກ​ມັດ​ທາງ​ດ້ານ​ການ​ເມືອງ​ຈາກ​ປະ​ເທດ​ເຫຼົ່າ​ນີ້ຢູ່.

ໂດຍ​ຖື​ຫຼັກ​ການ​ທີ່​ຍຶດ​ໝັ້ນ​ປະ​ເທດ​ບໍ່​ວ່າ​ນ້ອຍ​ໃຫຍ່ຕ້ອງ​ສະ​ເໝີ​ພາບ​ກັນ, ເຄົາ​ລົບ​ສິດ​ເລືອກ​ເສັ້ນ​ທາງ​ພັດ​ທະ​ນາຂອງ​ປະ​ຊາ​ຊົນ​ປະ​ເທດ​ໝູ່​ເກາະ​​​ເຫຼົ່າ​ນີ້, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​​ຢ່າງ​ຈິງ​ໃຈແກ່​ປະ​ເທດ​ເຫຼົ່າ​ນີ້​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​​ໂດຍ​ບໍ່​ໄດ້​ຕິດ​ຫ້ອຍ​ເງື່ອນ​ໄຂ​ການ​ເມືອງ​​ແຕ່​ຢ່າງ​ໃດ, ອັນ​ໄດ້​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ໝູ່​ເກາະ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້.

ເຊັ່ນ​ວ່າ, ຈີນ​ແລະ​​ປາ​ປົວ​ນິວ​ກີ​ເນ​ໄດ້​ຮ່ວມ​ກັນ​ສ້າງ​ເຂດ​ນິ​ຄົມອຸ​ສາ​ຫະ​ກຳ ​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ຜ່ານ​​ການ​ສ້າງ​ໂຄງ​ການ​ບົ່ມ​ເພາະ​ແນວ​ປູກ​ ແລະ​ສັດ​ນ້ຳ​ທີ່​ເໝາະ​ສົມ ແລະ​ໂຄງ​ການ​ອື່ນໆ ບໍ່​ພຽງ​ແຕ່​ສາ​ມາດປັບ​ປຸງ​ຊີ​ວິດ​ການ​ເປັນຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖີ່ໃຫ້ດີ​ຂຶ້ນ​ເທົ່າ​ນັ້ນ, ແຕ່ຍັງ​ສາ​ມາດ​ເພີ່ມ​ຄວາມ​ສາ​ມາດ​ການ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ​ຂອງ​ປະ​ເທດໝູ່​ເກາະ​​ເຫຼົ່​ານີ້ໂດຍ​ຜ່ານ​ການ​ຊ່ວຍ​ຝຶກ​ອົບ​ຮົມ​​ນັກ​ວິ​ຊາ​ການ​ອີກ​ດ້ວຍ, ຍິ່ງ​ບໍ່​ຕ້ອງ​ເວົ້າ​ເຖິງ​ເສັ້ນ​ທາງແລະ​ສູນ​ປະ​ຊົມ​ທີ່​ຈີນ​ຊ່ວຍ​ເຫຼືອ​ສ້າງ​ຂຶ້ນ​ທີ່​ສຳ​ນັກ​ຂ່າວ​ສານ​ອາ​ເປ ອາ​ເມ​ລິ​ກາ​ໃຫ້​ຄວາມ​ສົນ​ໃຈ, ​ແລະໂຮງ​ຮຽນ, ໂຮງ​ໝໍ ​ແລະ​ອື່ນໆ​ທີ່​ໂຄງ​ການຄົບ​ຊຸດາ 100 ກວ່າ​ໂຄງ​ການ, ເຊິ່ງ​ສື່​ຕ່າງ​ປະ​ເທດ​ບໍ່​ໄດ້​ລາຍ​ງານ​ຂ່າວ. ໜັງ​ສື​ພິມ​ເດ​ລີ ໂພ​ສດ໊ຂອງວາ​ນູ​ອາ​ຕູ​ໄດ້​ພິມ​ບົດ​ວິ​ຈານ​ກ່າວ​ວ່າ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ບັນ​ດາ​ປະ​ເທດໝູ່​ເກາະ​​ຕ້ອງ​ການ​ທີ່​ສຸດ​ເລື້ອຍໆ.

ການ​ຊ່ວຍ​ເຫຼືອ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ຈີນ​ເຮັດ​ໃຫ້​ປະ​ເທດ ​ຕາ​ເວັນ​ຕົກ​ຮູ້​ສຶກ​ກັງ​ວົນ​ຫຼາຍ ເພາະເປັນ​ຫ່ວງວ່າ​ຈະ​ເສຍ​ບົດ​ບາດ​ຂອງ​ຕົນ​ຢູ່​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້. ສື່ມວນ​ຊົນ, ​ນັກວິ​ຊາ​ການ​ແລະເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ​ປະ​ເທດ​ຈຳ​ນວນ​ໜຶ່ງຈົນ​ຕຳ​ໜິ​ຈີນ, ນີ້​ໄດ້​ເຮັດ​ໃຫ້​ປະ​ເທດໝູ່​ເກາະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້​ຮູ້​ສຶກ​ຄຽດແຄ້ນ, ທ່ານ​ຕູ​ອີ​ລາ​ເອ​ບາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ຊາ​ມົວ ໄດ້​ຊີ້​ອອກ​ຢ່າງ​ເຄັ່ງ​ຂຶມ​ວ່າ: ຖ້ອຍ​ຄຳ​ຂອງ​ພວກ​ຝ່າຍ​ຕາ​ເວັນ​ຕົກ​ເປັນ​ການ​ຢຽບ​ຫຍ່ຳ​ຕໍ່​ຜູ້​ນຳ​ບັນ​ດາ​ປະ​ເທດໝູ່​ເກາະ​​​ທີ່​ມະ​ຫາ​ສະ​ມຸດ​ປາ​ຊີ​ຟິກ; ທ່ານຊີ​ໂອ​ນີ ຟາ ໂອ​ຕູ​ເຊຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ​ຕົງ​ກາກໍ່​ຊີ້​ອອກວ່າ, ການ​​ຕຳ​ໜິຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ໝູ່​ເກາະ​​ດອນມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ທີ່​ທຸກ​ຍາກ​ທັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ນັ້ນ ເປັນ​ເລື່ອງ​ທີ່​ໜ້າ​ເສຍ​ດາຍ.ພະ​ນັກ​ງານ​ຂອງ​ສະ​ພາ​ປາ​ປົວ​ນິວ​ກີ​ເນ​ກ່າວ​ວ່າ, ປະ​ເທດ​ປາ​ປົວ​ນິວ​ກິ​ເນ​ແມ່ນ​ປະ​ເທດ​ນ້ອຍ, ​ປະ​ລິ​ມານ​ເສດ​ຖະ​ກິດ​ກໍ່​ນ້ອຍ, ແຕ່​ກ່ອນ ບໍ່​ເຄີຍ​ມີ​ໂອ​ກາດ​ເຂົ້າ​ສູ່​ເວ​ທີ​ການ​ເມືອງ​ສາ​ກົນ​ຈັກ​ເທື່ອ, ແມ່ນ​ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຈີນ​ແລະ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ​ຈິ່ງໄດ້​ຫັນ​ປ່ຽນ​ສະ​ພາບ​ການ​ດັ່ງ​ກ່າວ​ໂດຍເຮັດ​ໃຫ້​ປາ​ປົວ​ນິວ​ກີ​ເນ​ມີ​ໂອ​ກາດ​ຂຶ້​ນ​ສູ່​ເວ​ທີ​ການ​ເມືອງ​ສາ​ກົນ​.

ໂດຍ​ທຽບ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ແລ້ວ, ການ​ຊ່ວຍ​ເຫຼືອ​ປະ​ເທດໝູ່​ເກາະ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກໃຕ້​ຂອງ​ຈີນ​ໄດ້​​ກວມ​ເອົາທຸກ​ດ້ານ​ຂອງການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ເລິກ​ເຊິ່ງ. ໃນ​ເວ​ລາ​ພົບ​ປະແບບລວມ​ໝູ່​ກັບ​ຜູ້​ນຳ​ແລະ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຂອງ​ບັນ​ດາ​ປະ​ເທດ​ໝູ່​ເກາະ​​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ຈີນ​ຈະ​ເປັນ​ເຈົ້າ​ການ​ເປີດ​ຕະ​ຫຼາດຕໍ່​​ບັນ​ດາປະ​ເທດ​ດັ່ງ​ກ່າວ, ເປີດກວ້າງ​ການ​ລົງ​ທຶນ, ເພີ່ມ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ປະ​ເທດໝູ່​ເກາະ​​, ແລະ​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ເຫຼົ່າ​ນີ້ພັດ​ທະ​ນາ​ໄປພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ. ທ່ານ​ສີ​ຈິ້​ນ​ຜິງ​ກ່າວຕື່ມ​ວ່າ: ຈີນ​ສະ​ໜັບ​ສະ​ໜູນ​ປະ​ເທດໝູ່​ເກາະ​​ເຫຼົ່າ​ນີ້​ສົ່ງ “ສຽງ​ຮຽກ​ຮ້ອງແຫ່ງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ”, ສະ​ໜັ​ບ​ສະ​ໜູນ​ການ​ປະ​ເທດ​ໝູ່​ເກາະ​ເຫຼົ່າ​ນີ້​ໃນ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ “ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ສີ​ຄາມ”, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັບ​ບັນ​ດາ​ປະ​ເທດ​ໝູ່​ເກາະ​​ໃນ​ວຽກ​ງານ​ສາ​ກົນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສາ​ກົນ.

ຜູ້​ນຳ​ບັນ​ດາ​ປະ​ເທດໝູ່​ເກາະ​​​ທີ່​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້​ຕ່າງ​ກໍ່​ໄດ້​ສະ​ແດງ​ຄວາມ​ເຊື່ອມ​ໝັ້ນ​ວ່າ, ຈີນ​ແມ່ນ​​ຄູ່​ຮ່ວມ​ທີ່​ສຳ​ຄັນ​ທີ່​ສາ​ມາດ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດໝູ່​ເກາະ​​​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້​ບັນ​ລຸ​ວິ​ໄສ​ທັດ​ການ​ພັດ​ທະ​ນາ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ໃນ​ທົ່ວ​ໂລກ, ແລະ​ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ. ຈາກນີ້ ຈິ່ງ​ເຫັນ​ວ່າ​ຈີນ​ແລະ​ບັດ​ນາ​ປະ​ເທດໝູ່​ເກາະ​​​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຮອບ​ດ້ານ​ແລ້ວ!

ຄຳ​ເຫັນ

0