黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ເຈຕະນາ​ສະກັດ​ກັ້ນການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງຣັດ​ເຊຍ

2018-11-17 17:41:07 CRI

ທ່ານ​ເຊີ​ແກ ລາບຣົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ໃນ​ວັນ​ທີ 16 ພະຈິກ​ນີ້​ວ່າ: ອາ​ເມຣິກາ​ພວມ​ໃສ່​ຄວາມ​ກົດ​ດັນ​ຕໍ່ຣັດ​ເຊຍ​ຢ່າງ​ຮຸນ​ແຮງ​ບໍ່​ເຄີ​ຍມີ​ມາ​​ໃນ​ເມື່ອກ່ອນ ​ໂດຍ​ເຈຕະນາປັດ​​ເຂ່ຍ​ບໍລິສັດ​ຂະໜາດ​ໃຫຍ່​ຂອງຣັດ​ເຊຍ​ອອກ​ຈາກ​ຕະຫຼາດສາກົນ ​ແລະ ສະກັດ​ກັ້ນການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງຣັດ​ເຊຍ.

ຂ່າວສານ​ຕັສ ​ໄດ້​ອ້າງ​ຕາມ​ຄຳ​ເວົ້າຂອງ​ທ່ານລາບຣົຟ ທີ່​ກ່າວ​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຂອງກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍມາລາ​ຍງານ​ໃນ​ວັນ​ທີ 16 ພະຈິກ​ນີ້​ວ່າ: ການ​ສົ່ງ​ຄຳ​ຂາດ​ແລະບີບ​ບັງຄັບ​ເພື່ອ​ໃຫ້ຣັດ​ເຊຍ​ອ່ອນ​ຍອມ​ລົງ​ໄດ້​ກາຍ​ເປັນ “ນາມບັດ” ຂອງ​ອາ​ເມຣິກາ. ປັດຈຸບັນ, ຣັດ​ເຊຍ​ໄດ້​ຜະ​ເຊີນກັບ​ການ​ແຂ່ງຂັນ​ໃນ​ຕະຫຼາດສາກົນ​ນັບ​ມື້​ນັບ​ຮຸນ​ແຮງ ​ແລະ ​ໃນ​ຕໍ່ໜ້າ​ຈະ​ສືບ​ຕໍ່​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນ​ແບບ​ບໍ່​ເຄີຍ​ມີ​ມາ​ໃນ​ເມື່ອ​ກ່ອນ. ຂະນະ​ທີ່​ຈຸດປະສົງ​ຂອງ​ອາ​ເມຣິກາ​ກໍ​ຄື​ປັດ​ເຂ່ຍ​ບໍລິສັດ​ໃຫຍ່​ຂອງຣັດ​ເຊຍ​ອອກ​ຈາກ​ຕະຫຼາດສາກົນ ທັງ​ສະກັດ​ກັ້ນການ​ພັດທະນາ​ເສດຖະກິດ​ສັງຄົມ​ພາຍ​ໃນ​ປະ​ເທດຣັດ​ເຊຍ.

ທ່າ​ນລາບຣົຟ ກ່າວ​ວ່າ: ​ໃນ​ສະພາບ​ການ​ດັ່ງກ່າວ, ຣັດ​ເຊຍ​ຈະ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບປະ​ເທດ​ຢູ່​ອາຊີ, ອາ​ເມຣິກາ​ລາ​ຕິນ ​ແລະ ອາ​ຟຣິກາ ​ເຊິ່ງ​ເປັນ​ຄູ່​ຮ່ວມ​ຂອງ​ຕົນ ​ແລະ ພັດທະນາການ​ພົວພັນ​ດ້ານ​ເສດຖະກິດ​​ໃນ​ຮູບ​ແບບ​ຕ່າງໆກັບ​ພາຍ​ນອກ. ​ໃນ​ການ​ສົນທະນາ​ກັບປະ​ເທດ​ຕາ​ເວັນ​ຕົກ, ຣັດ​ເຊຍ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ປາສະຈາກ​ການ​ເມືອງ​ໃນ​ຂົງ​ເຂດ​ການ​ຄ້າ​ແລະ​ການ​ລົງທຶນ​.

ຄຳ​ເຫັນ

0