吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​​ບັສ​ຊິ​ມ​ບັບ​ເວ​​ເກີດ​ໄຟ​​ໄໝ້ເຮັດ​​ໃຫ້​ມີ​ຜູ້​ເສຍ​ຊີວິດ 42 ຄົນ

2018-11-17 17:31:28 cri

ວັນ​ທີ 16 ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ຊິ​ມບັບ​ເວ​ໄດ້​ເປີດ​ເຜີຍ​ວ່າ: ລົດບັສ 1 ຄັນ​ໄດ້​ເກີດ​​​ໄຟ​ໄໝ້​ຢູ່​ທາງ​ດ່ວນ​ຂອງ​ພາກ​ໃຕ້​ປະ​ເທດ​ຕົນໃນ​ຕອນຄ່ຳ​ວັນ​ທີ 15 ພະຈິກ​ນີ້, ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 42 ຄົນ ​ແລະ​ບາດ​ເຈັບ 20 ກວ່າ​ຄົນ.

​ໂຄສົກ​ຕຳ​ຫຼວດ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຜ່ານທາງ​ໂທລະສັບ​ວ່າ: ລົດ​ບັສຄັນ​ນີ້​ແລ່ນ​ອອກ​ຈາກ​ພາກ​ກາງ​ຊິ​ມບັບ​ເວ​ໄປສູ່​​ເມືອງ​​ແມ​ຊີ​ນາ​ພາກ​ເໜືອອາ​ຟຼິກາໃຕ້. ​ເມື່ອ​​ແລ່ນຮອດ​​​​ແຂວງມະ​ທາ​​ເບ​ເລ​ລັນ​ໃຕ້​ປະ​ເທດຊິ​ມບັບ​ເວ​ໄດ້​​ເກີດ​ໄຟ​ໄໝ້​ກະທັນຫັນ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ ​ແລະ​ບາດ​ເຈັບ​ຢ່າງ​ຫຼວງຫຼາຍ. ປັດຈຸບັນ​ນີ້, ພວມ​ສືບສວນສາ​ເຫດ​ຂອງ​ເຫດການ​ນີ້.

​​ນີ້​ແມ່ນ​ອຸບັດ​ເຫດ​ທາງ​ຖະໜົນ​ເທື່ອ​ທີ​ສອງ​ຢູ່​ຊິ​ມບັບ​ເວ​ໃນ​ເດືອນ​ນີ້ຜ່ານ​ມາ. ​ໃນ​ຕອນຫົວ​ຄ່ຳ​ວັນ​ທີ 7 ພະຈິກ​ນີ້, ຢູ່​ທາງ​ດ່ວນ​ເຊື່ອມ​ຕໍ່​ລະຫວ່າງ​ນະຄອນຫຼວງຮາຣາ​ເຣ ​ແລະ​ເມືອງ​ມູທາ​ເຣ ພາກ​ຕາ​ເວັນ​ອອກ​ຊິ​ມບັບ​ເວ​ໄດ້​ເກີດ​ອຸບັດ​ຕິ​ເຫດ​ລົດບັສສອງ​ຄັນ​ຕຳ​ກັນ, ​ເຮັດ​ໃຫ້​ມີ​ເສຍ​ຊີວິດ 50 ຄົນ ​ແລະ​ຜູ້​ບາ​ດ​ເຈັບ 61 ຄົນ.

ຄຳ​ເຫັນ

0