吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.​ເກົາຫຼີ ​ແລະ​ສປປ.​ເກົາຫຼີ​ຈັດ​ກອງ​ປະຊຸມການບິນ

2018-11-17 17:30:56 cri

ວັນ​ທີ 16 ພະຈິກ​ນີ້, ສ.​ເກົາຫຼີ ​ແລະ​ສປປ.​ເກົາຫຼີ​ໄດ້​ຈັດ​ກອງ​ປະຊຸມ​ການ​ບິນ​​ຢູ່​ສຳນັກງານຕິດ​ຕໍ່​ພົວພັນ​ຮ່ວມກັນ​ສ.​ເກົາຫຼີ ​ແລະ​ສປປ.​ເກົາຫຼີ​ທີ່​ຕັ້ງ​ຢູ່​​ໄຄ​ຊົງ. ທີ່​ປະຊຸມ, ສປປ.​ເກົາຫຼີ​ໄດ້​ສະ​ເໜີ​ເປີດ​ເສັ້ນທາງ​ການ​ບິນ​ສາກົນ​​ທີ່​ຜ່ານ​ພາກ​ຕາ​ເວັນ​ອອກ ​ແລະ​ຕາ​ເວັນ​ຕົກ​ຂອງ​ເຂດ​ນ້ຳ​ແຫຼມ​ເກົາຫຼີ.

ຫຼັງ​ຈາກ​ກອງ​ປະຊຸມອັດ​ລົງ​ແລ້ວ, ກະຊວງ​ຄົມມະນາຄົມ​ທີ່​ດິນ​ແຫ່ງ​ຊາດ​ສ.​ເກົາຫຼີ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ສອງ​ເກົາຫຼີ​ລ້ວນ​ແຕ່​​ເຫັນ​ວ່າ​ນີ້​ເປັນ​ກອງປະຊຸມ​​ໃນ​ຂົງ​ເຂດ​ການບິນ​ເທື່ອ​ທຳ​ອິດ​ລະຫວ່າງ​ສອງ​ປະ​ເທດ ​ເຊິ່ງມີ​ຄວາມ​ສຳຄັນ​ເ​ປັນ​ຢ່າງ​ຍິ່ງ. ຕໍ່​ຂໍ້​ສະ​ເໜີ​ກ່ຽວ​ກັບການ​ເປີດ​ເສັ້ນທາງ​ການ​ບິນ​ສາກົນ​​ເສັ້ນໃໝ່​ຂອງສປປ.​ເກົາຫຼີ, ຝ່າຍ​ສ.​ເກົາຫຼີ​ເຫັນ​ວ່າ​ຈະ​ໃຫ້​ອົງການ​ການບິນ​ສອງ​ຝ່າຍ​ປຶກສາ​ຫາລື​ຕື່ມ​ອີກ.

ຄຳ​ເຫັນ

0