吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານແຂ່ງຂັນ ຮ້ອງເພງຈີນ “ ເພື່ອຄວາມຮັກແພງລາວ-ຈີນ ” ຄັ້ງທີ 3 ອັດ​ລົງ​ດ້ວຍ​ຜົນ​ສຳ​ເລັດຢ່າງ​ຈົບງາມ

2018-11-18 14:33:56 CRI

ວັນທີ 17 ພະຈິກນີ້,  ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດງານແຂ່ງຂັນຮ້ອງເພງຈີນ ເພື່ອຄວາມຮັກແພງລາວ-ຈີນ ຄັ້ງທີ 3 ຮອບຊີງຊະນະເລີດ ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແລະທ່ານ  ຈ້າວ ເສິນກ່າງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ແຂກທີ່ເຊີນ, ບັນດາຜູ້ສະໜັບສະໝູນ ພ້ອມດ້ວຍມວນຊົນທັງລາວ ແລະຈີນ 1.000 ກວ່າຄົນເຂົ້າຮ່ວມຊົມ.

ສໍາລັບການແຂ່ງຂັນຮ້ອງເພງຈີນ “ ເພື່ອຄວາມຮັກແພງລາວຈີນ ” ຄັ້ງທີ 3 ຮອບຊີງຊະນະເລີດຄັ້ງນີ້, ມີຜູ້ເຂົ້າແຂ່ງຂັນທັງໝົດ 12 ຄົນ,​ ສາຍຄົນລາວ 6 ຄົນ ແລະສາຍຄົນຈີນ 6 ຄົນ, ຮອບຊີງຊະນະເລີດ ໄດ້ຄັດເລືອກເອົາຜູ້ທີ່ຮ້ອງເພງຈີນດ້ວຍນໍ້າສຽງ, ຈັງຫວະ, ລີລາທ່າທາງ, ການແຕ່ງກາຍດີເດັ່ນທີ່ສຸດ,​ ຜ່ານການປະກວດຜູ້ທີ່ຮ້ອງເພງຈີນໄດ້ດີເດັ່ນກວ່າໝູ່ສາຍຄົນລາວຊະນະເລີດ ໄດ້ແກ່ນາງ ຖິ່ນລໍາພອນ ມະຫາວົງ ໄດ້ຮັບເງິນລາງວັນ 13.000.000ກີບ, ທີສອງທ້າວ ພອນທິດາ ຄໍາສາຍສຸກ ໄດ້ຮັບເງິນລາງວັນ 6.000.000ກີບ, ທີສາມນາງ ທິບພະຈັນ ກາຍຍະວົງ ໄດ້ຮັບເງິນລາງວັນ 3.000.000ກີບ ແລະລາງວັນຊົມເຊີຍຄົນລະ 1.000.000ກີບມີ ນາງ ເພັດພູທອງ ພົມມະລຽນ, ນາງ ສຸລິຈິນດາ ສຸລິຍະເດດ ແລະນາງ ນ້ອຍ ສົມສະຫວັນ. ສ່ວນສາຍຄົນຈີນຊະນະເລີດໄດ້ແກ່ທ້າວ ຫວາງຈື້ເສີນ ໄດ້ຮັບເງິນລາງວັນ 13.000.000 ກີບ, ທີສອງນາງ ຫວາງໄຫ້ລີ້ ໄດ້ຮັບເງິນລາງວັນລະ 6.000.000ກີບ, ທີສາມທ້າວ ຫຼິວຈ້ຽນ ໄດ້ຮັບເງິນລາງວັນ 3.000.000ກີບ ແລະລາງວັນຊົມເຊີຍທ້າວ ຢາວຢວນ, ນາງ ຫານເຊ້ຍ, ທ້າວ ມ໋າຊາວ ໄດ້ຮັບເງິນລາງວັນຄົນລະ 1.000.000 ກີບ. ພິເສດຜູ້ຊະນະເລີດຈາກສາຍຄົນລາວ ຈະໄດ້ໄປທັດສະນະສຶກສາຢູ່ ສປ ຈີນ ທີ່ສະໜັບສະໜູນໂດຍສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ. ນອກນັ້ນ, ພາຍໃນງານຍັງໄດ້ມີການຈັບສະຫລາກມອບໂຊກໂທລະສັບ huawei mate 20 pro ໜຶ່ງໜ່ວຍ ແລະປີ້ຍົນໄປກັບ 2 ທ່ານ ໃຫ້ແກ່ຜູ້ເຂົ້າຊົມ ແລະລາງວັນອື່ນໆອີກ.

ພາຍຫຼັງຊົມການແຂ່ງຂັນ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ໄດ້ຕີລາຄາວ່າ: ເຫັນວ່າບັນຍາກາດໃນງານແຂ່ງຂັນຮ້ອງເພງຈີນ ເພື່ອຄວາມຮັກແພງລາວ-ຈີນ ຄັ້ງທີ 3 ມີຄວາມຄຶກຄື້ນ ໂດຍສະເພາະນັກຮ້ອງໄດ້ມີຄວາມຕັ້ງໃຈ ເພື່ອພະຍາຍາມໃຫ້ເຂົ້າສູ່ຮອບສຸດທ້າຍ, ໂດຍກະຕຸກຊຸກຍູ້ໃຫ້ຜູ້ຊົມຢູ່ຕະຫຼອດເວລາການແຂ່ງຂັນ ເຫັນວ່າຄົນລາວເຮົາກໍສາມາດຝຶກຝົນພາສາຈີນໄດ້ຢ່າງໂດດເດັ່ນ ແລະເຊື່ອໝັ້ນວ່າ, ຈັດງານຄັ້ງນີ້ນອກຈາກຈະເປັນການສ້າງບັນຍາກາດໃຫ້ຮູ້ວັດທະນະທຳຂອງຈີນໂດຍຜ່ານບົດເພງແລ້ວຍັງເປັນການສືບຕໍ່ເສີມສ້າງມູນເຊື້ອມິດຕະພາບລະຫວ່າງລາວ-ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ ທັງເປັນການສ້າງກິດຈະກໍາເພື່ອເປັັນການສົ່ງເສີມປີທ່ອງລາວ-ຈີນ ໃນ  2019 ທີ່ຈະມາເຖິງນີ້ນໍາອີກ.

ງານແຂ່ງຂັນຮ້ອງເພງຈີນ ເພື່ອຄວາມຮັກແພງລາວ-ຈີນ ຄັ້ງທີ 3 ເທື່ອນີ້ ຈັດໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ຮ່ວມກັບສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ ແລະໂທລະພາບເຂດກວາງຊີ ສປ ຈີນ ໂດຍພາຍໃຕ້ການຊີ້ນໍາຂອງກະຊວງຖະແຫຼງຂ່າວ,​ ວັດທະນະທໍາ ແລະທ່ອງທ່ຽວ ແລະສະຖານທູດ ສປ ຈີນ ປະຈໍາ ສປປ ລາວ.​

图片默认标题_fororder_webwxgetmsgimg (1)

图片默认标题_fororder_webwxgetmsgimg (2)

图片默认标题_fororder_webwxgetmsgimg (3)

图片默认标题_fororder_webwxgetmsgimg (4)

图片默认标题_fororder_webwxgetmsgimg (6)

图片默认标题_fororder_webwxgetmsgimg (5)

图片默认标题_fororder_webwxgetmsgimg (8)

图片默认标题_fororder_webwxgetmsgimg (7)

图片默认标题_fororder_webwxgetmsgimg (9)

图片默认标题_fororder_webwxgetmsgimg

 

ຄຳ​ເຫັນ

0