蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຜູ້​ນຳ​ APEC, ກ່າວ​ເນັ້ນ​ວ່າ​ຄວນ​ກຳ​ໂອ​ກາດ​ແຫ່ງ​ຍຸກ​ສະ​ໄໝ ຮ່ວມ​ກັນ​ສະ​ແຫວງ​ຫາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ​ປາ​ຊີຟິກ

2018-11-18 16:50:45 CRI

ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີຟິກ​ຫຼື APEC ຄັ້ງ​ທີ 26 ໄດ້​ຈັດ​ຂຶ້ນ​ຢູ່​ພັອດ​ໂມ​ເຣັ​ສ​ບີ ນ​ະ​ຄອນ​ຫຼວງ​ຂອງ​ປາ​ປົວ​ນິວ​ກີ​ເນ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອນີ້. ໃນ​ເວ​ລາ​ກ່າວ​ປາ​ໄສ, ທ່ານ​ຊີ້​ອອກວ່າ: ຈີນ​ຈະ​ລົງ​ເລິກ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ, ເພີ່ມ​ທະ​ວີ​ການ​ລົງ​ທຶນ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງກັບ​ຝ່າຍ​ຕ່າງໆ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ເຈດ​ຈຳ​ນົງ 4 ຂໍ້ ຄື: 1, ຍຶດ​ໝັ້ນ​ຊຸກ​ຍູ້​ການ​ຫັນ​ເສດ​ຖະ​ກິດ​ພາກ​ພື້ນ​ເປັນ​ເອ​ກະ​ພົບ​ດຽວ, ສ້າງ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກໃຫ້​ເປັນ​ແບບ​ໄຂ​ປະ​ຕູ; 2, ຍຶດ​ໝັ້ນ​ຖື​ຫົວ​ຄິດ​ປະ​ດິດ​ສ້າງ​ເປັນ​ແມ່​ແຮງ, ບົ່ມ​ເພາະ​ພະ​ລັງ​ແຮງ​ໃໝ່​ໃນ​ການ​ເຕີບ​ໂຕ; 3, ຍຶດ​ໝັ້ນ​ປັບ​ປຸງ​ເຄືອ​ຂ່າຍ​ເຊື່ອມ​ຈອດ​ກັນ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ໂອບ​ອ້ອມ​ອາ​ລີ​ແລະ​ປະ​ສານ​ງານ​ກັນ; 4, ຍຶດ​ໝັ້ນ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ, ເກາະ​ແຂນ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ.

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຊີ້​ອອກວ່າ: ເສັ້ນ​ທາງ​ໄປ​ສູ່​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ​ຈະ​ບໍ່​ຮາບ​ພຽງ, ແຕ່​ຝ່າຍ​ຕ່າງໆ​ຕ້ອງ​ກ້າວໄປ​ສູ່ທິດ​ທາງ​ໃຫຍ່​ແລະ​ເປົ້າ​ໝາຍ​ໃຫຍ່ນີ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຄວນເດັດ​ດ່ຽວ​ປົກ​ປັກ​ຮັກ​ສາລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຖື​ກົດ​ລະ​ບຽບ​ເປັນ​ພື້ນ​ຖານ, ສະ​ກັດ​ກັ້ນ​ລັດ​ທິ​ປົກ​ປ້ອງ​ຢ່າງ​ຈະ​ແຈ້ງ.

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ຕື່ມ​ວ່າ: ການ​ເຊື່ອມ​ຈອດ​ກັນ​ແມ່ນ​ພື້ນ​ຖານ​ແຫ່ງ​ການ​ບັນ​ລຸ​ການ​ພັດ​ທະ​ນາແບບໂອບອ້ອມອາລີແລະປະສານງານກັນ. ບັນ​ດາ​ປະ​ເທດ​ອາ​ຊີ​ປາ​ຊີ​ຟິກ​ມີ​ສະ​ພາບ​ແຫ່ງ​ຊາດ​ທີ່​ຕ່າງ​ກັນ​ໄປ, ສະ​ນັ້ນ, ມີ​ຄວາມ​ຂັດ​ແຍ້ງ​ກັນ​ບໍ່​ແມ່ນ​ເລື່ອງ​ທີ່​ແປກ​ປະ​ຫຼາດ. ຂໍ້​ກະ​ແຈ​ແມ່ນ​ຕ້ອງ​ຍຶດ​ໝັ້ນ​ຫຼັກ​ການ​ຮ່ວມ​ທີ່​ສະ​ແຫວງ​ຫາ​ການ​ພັດ​ທະ​ນາຮ່ວມ​ກັນ, ສົ່ງ​ເສີມ​ຈິດ​ໃຈ​ຄູ່​ຮ່ວມ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ການປຶກ​ສາ​ຫາ​ລື, ຄົ້ນ​ຄວ້າ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຮ່ວມ.

ໃນ​ເວ​ລາ​ບັນ​ລະ​ຍາຍ​ເຈດ​ຈຳ​ນົງ​ທີ່​ກ່ຽວ​ຂ້ອງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເຖິງ​ມາດ​ຕະ​ການ​ຂອງ​ຈີນຢ່າງ​ລະ​ອຽດ​ ແລະ​ແຈ້ງ​ໃຫ້​ຮູ້​ວ່າ​ຈີນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ​ຂອງ​ອາ​ຊີ​ປາ​ຊີ​ຟິກ. ທ່ານ​ກ່າວ​ວ່າ: ຈີນ​ຈະ​ຜ່ອນ​ຄາຍ​ການ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຕະ​ຫຼາດ​ຢ່າງ​ຫຼວງ​ຫຼາຍ, ເພີ່ມ​ຄວາມ​ແຮງ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ ແລະ​ສ້າງ​ສະ​ພາບ​ແວ​ດ​ລ້ອມ​ການ​ລົງ​ທຶນ​ແລະ​ທຸ​ລະ​ກິດ​ທີ່​ມີ​ແຮງ​ດຶງ​ດູດ​ຫຼາຍກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ແມ່ນ​ຜູ້​ລິ​ເລີ່ມ​ທີ່​ຕັ້ງ​ໜ້າ​ແລະ​ຜູ້​ປະ​ຕິ​ບັດ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ. ການ​ພັດ​ທະ​ນາ​ຂອງ​ຈີນ​ແຍກ​ອອກ​ຈາກ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ຝ່າຍ​ຕ່າງໆ​ຂອງ​ອາ​ຊີ​ອາ​ຊີ​ຟິກບໍ່​ໄດ້ ແລະ​ໄດ້​ບຸກ​ເບີກ​ຊ່ອງ​ຫວ່າງ​ທີ່ກວ້​າງ​ຂວາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ປາ​ຊີ​ຟິກ. ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​ເສດ​ຖະ​ກິດ​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້​ຮັກ​ສາ​ຢູ່ 30% ຂຶ້ນ​ໄປ​ມາ​ໂດຍ​ຕະ​ຫຼອດ. ທ່າ​ອຽງ​ກວມ​ລວມ​ຂອງ​ເສດ​ຖະ​ກິດ​ຈີນ​ທີ່​ພັດ​ທະ​ນາ​ໄປ​ສູ່​ທິດ​ທີ່​ດີ​ຢ່າງໝັ້ນ​ທ່ຽງແລະ​ຍາວ​ນານນັ້ນ​ຈະ​ໄດ້​ຮັບ​ການ​ຮັກ​ສາ​ຕໍ່​ໄປ. ຜູ້​ນຳ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຄວນ​ວາງ​ແຜນ​ວິ​ໄສ​ທັດ​ການ​ຮ່ວມ​ມື​ຫຼັງ​ປີ 2020 ຂອງ​ APEC, ພະ​ຍາ​ຍາມ​ຮັກ​ສາ​ທ່າ​ອຽງ​ການ​ຮ່ວມ​ມື​ຂອງ​ອາ​ຊີ​ປາ​ຊີ​ຟິກ, ກ້າວ​ໄປ​ສູ່​ລະ​ດັບ​ສູງກວ່າ​ເກົ່າ​ຢ່າງ​ໜັກ​ແໜ້ນ.

ຜູ້​ນຳ​ຂອງ​ອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ກ່າວ​ວ່າ: ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ມີ​ອະ​ນາ​ຄົດ​ທີ່​ດີ, ແຕ່​ກໍ​ປະ​ເຊີນ​ໜ້າ​ກັບສິ່ງ​ທ້າ​ທາຍຈາກ​ດ້ານ​ກຳ​ແພງ​ການ​ຄ້າ​ແລະລັດ​ທິ​ປົກ​ປ້ອງ. ພາຍ​ໃຕ້​ສະ​ຖາ​ນະ​ການ​ປັດຈຸ​ບັນ, ຝ່າຍ​ຕ່າງໆ​ຄວນ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ, ສະ​ໜັບ​ສະ​ໜູນ APEC ສືບ​ຕໍ່ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນໃນ​ດ້ານ​ການ​ຊຸກ​ຍູ້​ການ​ຫັນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ເປັນ​ແບບ​ເສ​ລີ​ແລະ​ແບບ​ສະ​ດວກ​ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ສະ​ໝ່ຳ​ສະ​ເໝີ​ກັນ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແບບ​ຍືນ​ຍົງ​ແລະ​ໂອບ​ອ້ອມ​ອາ​ລີ, ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ, ເກາະ​ແຂນ​ກັນ​ສ້າງ​ອາ​ຊີ​ປາ​ຊີ​ຟິກ​ທີ່​ມີ​ພະ​ລັງ​ຊີ​ວິດ​ແລະ​ເປີດ​ປະ​ຕູ. ຝ່າຍ​ຕ່າງໆ​ຄວນ​ເລັ່ງ​ລັດ​ວາງ​ແຜນ​ວິ​ໄສ​ທັດ​ການ​ຮ່ວມ​ມື​ຫຼັງ​ປີ 2020 ຂອງ APEC ແລະ​ເຜີຍ​ແຜ່​ເຕັກ​ນິກ​ດີ​ຈີ​ຕອນ​ແລະ​ໝາກ​ຜົນ​ການ​ປະ​ດິດ​ສ້າງ​ໃນ​ອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ.

ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຮ່ວມ​ກັບ​ຜູ້​ນຳ​ອົງ​ກອນ​ເສ​ດ​ຖະ​ກິດ​ຕ່າງໆ​ຂອງ APEC ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາບໍ່​ເປັນ​ທາງ​ການ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ, ແລະໄດ້​ຟັງ​ນາງຄຼິ​ສ​ຕີນ ລາ​ກາດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ແນະ​ນຳ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ.

ຄຳ​ເຫັນ

0