郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກສ​ະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ປະ​ກອບ​ຄວາມ​ເຫັນກ່ຽວ​ກັບການ​ທາວ​ຫາ​ເຮືອ“​ນົກ​​ຫົງ”​ອອກຢ່າງ​ສຳ​ເລັດ​ຜົນ

2018-11-18 17:47:56 cri

   ຕອນ​ບ່າຍ​ວັນ​ທີ 17 ພະ​ຈິກນີ້, ​ພາຍ​ຫຼັງ​ໄດ້ຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ​ຫຼາຍຢ່າງ ປະ​ເທດ​ໄທໄດ້ທາວ​ຫາ​ເຮືອ​ທ່ອງ​ທ່ຽວ“​ນົກ​ຫົງ”​ທີ່​ຫຼົ້ມ​ຈົມຢູ່​ເຂດ​ທະ​ເລ​ເກາະ​ພູ​ເກັດ​​ໃນ​ວັນ​ທີ 5 ກໍ​ລະ​​ກົດ​ຜ່ານ​ມານັ້ນຢ່າງ​ສຳ​ເລັດ​ຜົນ. ​ຫຼັງ​ຈາກ​ໄດ້​ຖອດ​ນ້ຳ​ໃນ​ຫ້ອງ​ເຮືອອອກ​ໃຫ້​ໝົດ​ແລ້ວ, ເຮືອ​ນົກ​ຫົງ​ຈະ​ຖືກ​ສົ່ງ​ໄປ​​ໂຮງ​ຜະ​ລິດ​ເຮືອ ເພື່ອ​ໃຫ້​ຜູ້​ຊ່ຽວ​ຊານກວດ​ກາ​ເຮືອ.

   ຫຼັງ​ຈາກ​ເກີດ​ເຫດ​ການ​ເຮືອ​ທ່ອງ​ທ່ຽວ​ຫຼົ້ມ​ຈົມ​ຢູ່​ພູ​ເກັດ​ເມື່ອ​ວັນ​ທີ 5 ກໍ​ລ​ະ​ກົດ​ຜ່ານ​ມາ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ໄດ້​ຮັກ​ສາ​ການຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ພາກ​ສ່ວນ​ຄຸ້ມ​ຄອງການ​ທ່ອງ​ທ່ຽວ​ແລະ​ຝ່າຍ​ຕຳ​ຫຼວດຂອງ​ໄທ, ໂດຍ​ຮຽກ​ຮ້ອງ​ໃຫ້​​ຝ່າຍໄທ​ທາວ​ຫາ​ເຮືອ​ທີ່​ຫຼົ້ມ​ຈົມ​ນັ້ນ​ອອກ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ເລັ່ງ​ລັດ​ສຳ​ຫຼວດ​ສາ​ເຫດ​ຫຼົ້ມ​ຈົມ, ເພື່ອ​ກຳ​ນົດ​ຜູ້​ຮັບ​ຜິດ​ຊອບ​ແລະ​ລົງ​ໂທດ​ຕາມ​ກົດ​ໝາຍ.

   ສະ​ຖານ​ທູດ​ຈີນ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ຝ່າຍ​ໄທ, ຕິດ​ຕາມ​ຄວາມ​ຄືບ​ໜ້າແຫ່ງ​ການ​ສຳ​ຫຼວດເຫດ​ການ, ເພື່ອ​ຊຸກ​ຍູ້​ໃຫ້​​ເຫດ​ການນີ້ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຍຸດ​ຕິ​ທຳ​ແລະ​ເໝາະ​ສົມ​ໂດຍ​ໄວ.

ຄຳ​ເຫັນ

0