郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະກັບ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ

2018-11-18 17:56:21 cri

   ​​​​​ ວັນ​ທີ 17 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທາ​ນ​ປະ​​ເທດຈີນ​ໄດ້​ພົບ​ປະ​ກັບ​ທ່ານໂຈ​ໂກ ວິ​ໂດ​ໂດ, ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຢູ່​​ນະ​ຄອນ​ຫຼວງ​ພັອດ ​ໂມ​ເຣັ​ສບີຂອງ​ປາ​ປົວ​ນິວ​ກີ​ເນ. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ​ແລະ​ເປັນ​ອົງ​ກ​ອນ​​ເສດ​ຖະ​ກິດ​ທີ່ຈະ​ເລີນ​ໃໝ່, ມີ​ຫຼັກ​ໝັ້ນທີ່​ຄ້າຍ​ກັນ​ໃນຫຼາຍ​​ຂົງ​ເຂດ.​ ທ່ານ​ກ່າວ​ເນັ້ນ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອິນ​ໂດ​ເນ​ເຊ​ຍ​ຮັກ​ສາ​ການ​ແລກ​ປ່ຽນລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍໃຫ້​ຂະ​ຫຍາຍ​​ໄປ​ໜ້າ ຈາກ​ລະ​ດັບ​ຍຸດ​ທະ​ສາດ​ແລະ​​ດ້ວຍ​ສາຍ​ຕາຍາວ​ໄກ.

   ທ່ານ​ໂຈ​ໂກ​ກ່າວ​ວ່າ, ຊົມ​ເຊີຍ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​​ຈັດ​ຂຶ້ນ​ຢ່າງສຳ​ເລັດ​ຜົນ​, ຂອບ​ໃຈ​ນຳ​ຈີນ​ທີ່​ໃຫ້​ການຊ່ວຍ​ເຫຼືອ​ຕໍ່​ວຽກ​ງານ​ກູ້​ໄພ​ຂອງ​ອິນ​ໂດ​ເນ​ເຊຍ​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້​ນ​ຊຸນ​ະ​ມິ​ໃນ​ຫວ່າງ​ບໍ່​ດົນມານີ້. ອິນ​ໂດ​ເນ​ເຊຍ​ດີໃຈຫຼາຍ​ທີ່​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຫຼາຍ​ສະ​ບັບ​ແລະ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ຫຼາຍ​ຂໍ້​ກັບ​ຈີນ, ຫວັງ​ໃຫ້​ສອງ​ຝ່າຍ​ຈົ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຫຼາຍກວ່າ​ເກົ່າ. ອິນ​ໂດ​ເນ​ເຊຍ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ, ຍິນ​ດີຮ່ວມ​ກັບ​ຈີນ​ເພີ່ມ​ທະ​ວິ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0