黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ສົມ​ເດັດ​ຊຸນ​ຕານບ​ຣູ​ໄນ

2018-11-20 10:27:21 cri

图片默认标题_fororder_1123737483_15426391376441n

ວັນ​ທີ 19 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານຮາ​ຈິ ຮາ​ຊາ​ນານ ໂບເກຍ, ສົມ​ເດັດ​ຊຸນ​ຕານ​ບ​ຣູ​ໄນ​ຢູ່ນະ​ຄອນ​ຫຼວງບານ​ດາ​ເຊຣີ​ເບ​ກາ​ວັນ​ປະ​ເທດ​ບ​ຣູ​ໄນ. ປະ​ມຸກ​ລັດ​ສອງ​ປະ​ເທດ​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ທ່າ​ອຽງ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ແລະ​ເປັນ​ເອ​ກະ​ພາບ​ກັນ​ຕົກ​ລົງ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-​ບ​ຣູ​ໄນ, ເປັນ​ຄູ່​ຮ່ວມ​ທີ່​ດີ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ, ເຊື່ອມ​ຈອດ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​​ໃນ​ກິດ​ຈະ​ການຫຼາຍ​ຝ່າຍ.

图片默认标题_fororder_1123737483_15426411958681n

ທ່ານ​ສີ​ຈິ້ນ​ຜິງ​ ຕີ​ລາ​ຄາ​ສູງ​ຕໍ່​ທ່ານ ຮາ​ຊາ​ນານ ທີ່ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​​ຕໍ່ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​​ບ​ຣູ​ໄນເປັນ​ເວ​ລາ​ດົນ​ນານ. ທ່​ານ​ເນັ້ນ​ໜັກ​ວ່າ, ຈີນ​ແລະ​ບ​ຣູ​ໄນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ຢູ່​ສອງ​ຝັ່ງ​ແຄມ​ທະ​ເລ, ແລະ​ກໍ​ເປັນ​​ເພື່ອນ​ມິດ​ແລະຄູ່​ຮ່ວມ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ທີ່​ດີ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ, ເຊື່ອມ​ຈອດ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ໃນ​ກິດ​ຈະ​ການ​ຫຼາຍ​ຝ່າຍ, ເຮັດ​ໃຫ້​ໝາກ​ຜົນ​ການ​ຮ່ວມ​ມື​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫຼາຍກວ່າ​ເກົ່າ.

图片默认标题_fororder_1123737483_15426411958821n

ທ່ານ ຮາ​ຊາ​ນານ ກ່າວ​ວ່າ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ສີ​ຈິ້ນ​ຜິງ ຢ້ຽມ​ຢາມ​ບ​ຣູ​ໄນ​ເປັນ​ຄັ້ງ​ທຳ​ອິດ, ​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຍົກ​ສູງ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທາງຍຸດ​ທະ​ສາດ. ​ບ​ຣູ​ໄນ​ຈະ​ປະ​ຕິ​ບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ, ຍິນ​ດີ​ຖື​ການ​ຢ້ຽມ​ຢາມ​ຂອງ​ທ່າ​ນ​ສີ​ຈິ້ນ​ຜິງ​ຄັ້ງ​ນີ້​ເປັນ​ໂອ​ກາດ​ທີ່​ດີ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ຊ່ວຍ​ເຫຼືອ​ດ້ານ​ຍຸ​ຕິ​ທຳ​ແລະ​ອື່ນໆ, ​ສົ່ງ​ເສີມຄວາມ​ຜາ​ສຸກ​​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຄຳ​ເຫັນ

0