徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ເຂົ້າ​ຮ່ວມ​ການ​ພົບ​ປະ​​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ປະ​ເທດບ​ຣິ​ກ​ສ

2018-12-01 17:57:52 cri

图片默认标题_fororder_1123792308_15436052559521n

 

   ຕາມ​ຂ່າວCRI:ວັນ​ທີ 30 ພະ​ຈິກ​ນີ້, ການ​ພົບ​ປະ​​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ປະ​ເທດບ​ຣິ​ກສ​ ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ບູ​ນົ​ສ​ໄອ​ເຣັດ​ສ໌​ຂອງ​ອາກ​ຊັງ​ຕິນ. ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ,  ທ່ານ​ມາ​ຕາ​ເມ​ລາ ຊີ​ຣີນ ຣາ​ມາ​ໂພ​ຊາ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້, ທ່ານ​ມິ​ເຊວ ເຕັມາ​ມີ, ປະ​ທາ​ນາ​ທິ​ບໍ​ດີ​ບ​ຣາ​ຊີນ, ທ່ານ​ວາ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ພ້ອມ​ດ້ວຍ​ທ່ານ​ນາ​ເຣນດ​ຣາ ໂມ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ. ຜູ້​ນຳ​ຂອງ 5 ປະ​ເທດດັ່ງ​ກ່າວ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ດ້ານ​ເສດ​ຖະ​ກິດ​ໂລກ, ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ​ນີ້, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິ​ກ​ສ​ແລະ​ຫົວ​ຂໍ້​ອື່ນໆໂດຍໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.

 

ທ່ານ​ສີ​ຈິ້ນ​ຜີງ​ໄດ້ມີ​ຄວ​າມ​ເຫັນວ່າ, ປັດ​ຈຸ​ບັນ​ນີ້, ຄວາມ​ສ່ຽງ​ດ້ານ​ເສ​ດ​ຖະ​ກິດ​ຂອງ​ໂລກ​ເພີ່ມ​ຂຶ້ນ, ລັດ​ທິ​ຫຼາຍ​ຝ່າຍ, ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ໄດ້​ຮັບ​ຜົນ​ກະ​ທົບ, ເຊິ່ງ​ບໍ່​ສອ​ດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ປະ​ຊາ​ຄົມ​ໂລກ. ປະ​ເທດບ​ຣິ​ກ​ສ​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ, ເລືອກ​ທິດ​ທາງ​ການ​ພັດ​ທະ​ນາ​ທີ່​ຖືກ​ຕ້ອງ, ຮັດ​ແໜ້ນ​ການ​ແລ​ກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ກັນ, ສະ​ແດງ​ຄວາມ​ຮັບ​ຜິດ​ຊ​ອບ, ຮ່ວມ​ກັນ​ເລັ່ງ​ລັດ​ໃຫ້​ການການ​ບໍ​ລິ​ຫານ​ໂລກ​ໃຫ້​ພັດ​ທະ​ນາໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ, ປົກ​​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ. ເຊິ່ງ​ພວກ​ເຮົາ​ຄວນ:

 

   1, ພວກ​ເຮົາ​ຕ້ອ​ງສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍຢ່າງ​ເດັດ​ດ່ຽວ.

   2, ພວກ​ເຮົາ​ຕ້ອງ​ປັບ​ປຸງ​ການ​ຄຸ້ມ​ຄອງ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ​ໃຫ້​ສົມ​ບູນກວ່າ​ເກົ່າ​ຢ່າງ​ຕໍ່​ເນື່ອງ.

   3, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເລັ່ງ​ລັດ​ການ​ພັດ​ທ​ະ​ນາ​ຮ່ວມ​ກັນ​ຂອງ​ແຕ່​ລະ​ປະ​ເທດ.

   4, ພວກ​ເຮົາ​ຕ້ອງ​ພະ​ຍາ​ຍາມ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ຂອງບ​ຣິ​ກ​ສ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.

 

   ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ປະ​ເທດບ​ຣິ​ກ​ສ​ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ທີ່​ສຳ​ຄັນ​ຂອງ​ກຸ່ມ 20 ປະ​ເທດ , ຄວນ​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ໃຫ້​ອາກ​ຊັງ​ຕິນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ຜູ້​ນຳ​ກຸ່ມ 20 ປະ​ເທດຄັ້ງ​ນີ້ຢ່າງ​ສຳ​ເລັດ​ຜົນ, ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຕັ້ງ​ໜ້າ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ທົ່ວ​ໂລກ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຊົນ, ອອກ​ສຽງ​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ແລະ​ຊຸກ​ຍູ້​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

 

   ການ​ພົບ​ປະດັ່ງ​ກ່າວ​ໄດ້​ອອກ “ຖະ​ແຫຼງ​ການ​ຂອງ​ການ​ພົບ​ປະ​​ບໍ່​ເປັນ​ທາງ​ການ​ບູ​ນົ​ສ​ໄອ​ເຣັດ​ສ໌​ຜູ້​ນຳ​ປະ​ເທດບ​ຣິ​ຄ​ສ”.

ຄຳ​ເຫັນ

0