黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ຈີນ​ປະຈຳ​ໄທ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ວັດທະນະທຳ​ຜ້າ​ໄໝ​ໄທ​ຄັ້ງທີ 8

2018-12-03 15:30:21 CRI

ງານ​ວາງສະ​ແດງ​​ເພື່ອ​ສົ່ງ​ເສີມຜ້າ​ໄໝ​ໄທຄັ້ງທີ 8 ກໍ​ຄື ສັບປະດາ​ເສື້ອ​ຜ້າ​ອາພອນຜ້າ​ໄໝ​ໄທ​ສາກົນ​​ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ທັນວາ​ນີ້​ຢູ່​ນະຄອນຫຼວງບາງກອກ​ປະ​ເທດ​ໄທ ​ໂດຍ​ມີ​ຜູ້ຕາງໜ້າພະ​ບໍລົມ​ວົງສາ​ນຸວົງເຈົ້າຊີວິດ ​ແລະ ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລັດຖະບານ​ໄທ ​ເຊັ່ນ: ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ ພ້ອມ​ດ້ວຍ​ທ່ານລວີ໋ຈ້ຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ​ແລະທ່ານນາງ​ພ່ານ​ເຜິ​ງ ​ພັນ​ລະ​ຍາ​ຂອງ​ເພິ່ນ​ເຂົ້າຮ່ວມ.

ທູ​ຕາ​ນຸທູດ, ພັນ​ລະ​ຍາ​ຂອງ​ເອກ​ອັກ​ຄະລັດຖະທູດ 50 ກວ່າ​ປະ​ເທດ​ປະຈຳ​ໄທ ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ລັດຖະບານ​ໄທ ​ໄດ້​ຮ່ວມ​ກັນ​ເດີນ​​ແຟ​ຊັນ, ຂະນະ​ທີ່​ທ່ານ​ນາງ ພ່ານ​ເຜິ​ງ ກໍ​ໄດ້​ໃສ່​ຊຸດທາງ​ການ “ບົວ​ສອງ​ດອກ​ຮ່ວມຂວັ້ນ” ທີ່​​ເປັນ​ສີມື​ແລະ​ເຮັດ​ໂດຍ​ຜ້າ​ໄໝ​ໄທ​ຈາກ​ຊ່າງ​ຈີນ ​ແລະ​ຂຶ້ນ​​ເດີນ​​ແຟຊັນບົນ​ເວທີ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ແລກປ່ຽນ​ແລະເຊື່ອມ​ໂຍງກັນລະຫວ່າງ​ວັດທະນະທຳ​ຈີນ-​ໄທ.

ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ໄດ້​ກ່າວ​ປາ​ໄສ​ວ່າ: ສົມ​ເດັດ​ພະນາ​ງ​ເຈົ້າສິຣິກິດ ​ຊົງ​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ການຈັດກິດຈະກຳ​ເທື່ອ​ນີ້​​. ຂະນະ​ທີ່ຜ້າ​ໄໝກໍ​ເປັນ​ສັນຍະລັກ​ທີ່​ສຳຄັນ​ຂອງ​ວັດທະນະທຳ​ໄທ ​ແລະ ​ເປັນຄວາມ​ພາກພູມ​ໃຈ​ຂອງ​ໄທ ຫວັງ​ວ່າ​ຜ້າ​ໄໝ​ໄທ​ທີ່​ສວຍ​ງາມລະອຽດ​ປານີດຈະ​ສາມາດ​ກ້າວ​ໄປ​ສູ່​​ໂລກ. ຈາກ​ນັ້ນ, ທ່ານປຣະຍຸດ ກໍ​ໄດ້​ແລກປ່ຽນ​ກັບ​ທ່ານ​ລວີ໋ຈ້ຽນ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະຖານທູດ​ຈີນ​ທີ່​ຕັ້ງໜ້າ​ເຂົ້າຮ່ວມ​ທັງ​ມີ​ການສະ​ແດງ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ກິດຈະກຳ​ຄັ້ງນີ້.

ຄຳ​ເຫັນ

0