黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ບໍ່​ເຄີຍ​ປະຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະຄົ້ນຫາ​ເຮືອບິນ​ໂດຍສານຖ້ຽວ​ບິນ 370 ຕື່ມອີກ

2018-12-03 15:34:17 CRI

ທ່ານ​ອັນ​ໂທ​ນີ ລົກ ຊິວ ຟຸກ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ ກ່າວ​ໃນ​ວັນ​ທີ 30 ພະຈິກ​ຜ່ານ​ມາ​ວ່າ: ລັດຖະບານ​ປະ​ເທດ​ຕົນ​ບໍ່​ເຄີຍ​ປະຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ຟື້ນ​ຟູ​ການ​ຊອກ​ຄົ້ນຫາ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ 370 ຂອງ​ບໍລິສັດການບິນ​ມາ​ເລ​ເຊຍ​ອີກ​ຕໍ່​ໄປ ​ແຕ່​ກໍມີ​ເງື່ອນ​ໄຂ​ເບື້ອງ​ຕົ້ນ ກໍ​ຄື​ມີຫຼັກຖານ​ໃໝ່​ທີ່​ເຮັດ​ໃຫ້​ມາ​ເລ​ເຊຍເຊື່ອ​​ໄດ້​ວ່າ​ຈະ​ສາມາດ​ຄົ້ນພົບ​ເຮືອບິນ​ໂດຍສານ​ລຳ​ນີ້.

​ໃນ​ວັນ​ດັ່ງກ່າວ, ທ່ານ​ລົກ​ຊິວ​ຟຸກ ​ໄດ້​ຮັບ​ເອົາຊີ້ນ​ສ່ວນ​ທີ່​ສົງ​ໄສ​ເປັນຊາກ​ເຮືອບິນທີ່​ພົບ​ເຫັນ​ຢູ່​ຊາຍ​ຟັ່ງ​ທະ​ເລ​ອາ​ຟຣິກາ ທີ່ມອບ​ໂດຍ​ຜູ້ຕາງໜ້າ​ຄອບຄົວ​ແລະຍາດຕິ​ພີ່ນ້ອງຂອງຜູ້​ໂດຍສານ​ຖ້ຽວ​ບິນ 370 ​ແລະ ກ່າວ​ວ່າ: ຈະ​ມອບຊີ້ນ​ສ່ວນ​ເຫຼົ່ານີ້​ໃຫ້​ແກ່​ນັກວິຊາ​ການ​ເພື່ອວິ​ໄຈ​ແລະ​ໄຈ້​ແຍກ; ​ລັດຖະບານມີ​ທ່າ​ທີ​ເປີດ​ກວ້າງ​ຕໍ່​ການ​ຟື້ນ​ຟູ​ການ​ຊອກ​ຄົ້ນຫາ​​ເຮືອບິນ​ດັ່ງກ່າວ ​ແລະ ຖ້າວ່າ​ມີ​ເບາະ​ແສ​ທີ່​​ໜ້າ​ເຊື່ອ​ຖື ກໍ​ຈະ​ພິຈາລະນາ​ໃນ​ການ​ຟື້ນ​ຟູ​ການ​ຊອກ​ຄົ້ນຫາ.

ຄຳ​ເຫັນ

0