吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານ​ເຖິງ​ທ່ານ​ທຣຳ​ເພື່ອ​ໄວ້ອາ​ໄລການມໍ​ລະນະກຳ​ຂອງ​ທ່ານ​ຈອດ​ ​ເຮີ​ເບີດ ​ໂວ​ເຄີ ບຸ​ສ

2018-12-03 16:15:32 cri

ວັນ​ທີ 1 ທັນວາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງສານ​ເຖິງ​ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ ​ເພື່ອ​ໄວ້ອາ​ໄລການມໍລະນະ​ກຳ​ຂອງ​ທ່ານ​ຈອດ ​ເຮີ​ເບີ​ ​ໂວ​ເຄີ ບຸ​ສ ອະດີດ​ປະທານາທິບໍດີ​ອາ​ເມຣິກາ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຕາງໜ້າ​ລັດຖະບານ, ​​ປະຊາຊົນ​ຈີນ ​ແລະ​ໃນ​ນາມ​ສ່ວນ​ຕົວ ​ສົ່ງ​ຄວາມໄວ້ອາ​ໄລການມໍລະນະ​ກຳ​ຂອງ​ທ່ານ​ຈອດ ​ເຮີີ​ເບີດ ​ໂວ​ເຄີ ບຸ​ສ ອະດີດ​ປະທານາທິບໍດີ​ອາ​ເມຣິກາ ​ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວບຸ​ສຢ່າງ​ຈິງ​ໃຈ.

ທ່ານ​ສີ​ຈິ້ນ​ຜິ​ງ​​ກ່າວ​ວ່າ: ທ່ານ​ຈອດ ​ເຮີ​ເບີດ ​ໂວ​ເຄີ ບຸ​ສ ອະ​ດີດ​ປະທານາທິບໍດີ​ອາ​ເມຣິກາ​​ເປັນ​ເພື່ອນ​ມິດ​ຂອງ​ປະຊາຊົນ​ຈີນ, ​ໃນ​ໄລຍະ 40 ປີຜ່ານມາ, ​ໂດຍ​ການ​ເປັນ​ສັກ​ຂີ​ພິຍານ ​ແລະ​ຊຸກຍູ້​ຂອງ​ທ່ານ, ສາຍ​ພົວພັນ​ຈີນ-ອາ​ເມຣິກາ​ໄດ້​ຮັບ​ການ​ພັດທະນາ​ທີ່​ມີ​ລັກສະນະ​ປະ​ຫວັດ​ສາດ ​ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສົ່ງ​ເສີມມິດຕະພາບ​ລ​ະຫວ່າງ​ປະຊາຊົນ​ສອງ​ຊາດ. ປະຊ​າຊົນ​ຈີນ​ບໍ່ຫຼົງ​ລືມ​​ເລື່ອງ​ດັ່ງກ່າວ.

ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນ​ວ່າ: ​ໃນ​ໄລຍະ​ຕໍ່ໜ້າ, ຜູ້ນຳ ​ແລະ​ປະຊາຊົນ​ສອງ​ປະ​ເທດ​ຈະພະຍາຍາມ​ຮ່ວມ​ກັນ, ​ເຮັດ​ໃຫ້ການ​ພົວພັນ​ຈີນ-ອາ​ເມຣິກາ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ປະທານາທິບໍດີ​ອາ​ເມຣິກາ, ພະຍາຍາມ​ຊຸກຍູ້​ສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້ສືບ​ຕໍ່​ພັດທະນາ​ຕາມ​ເສັ້ນທາງ​ທີ່​ຖືກຕ້ອງ.

ຄຳ​ເຫັນ

0