覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາກ​ບັນ​ດາ​ຝ່າຍ​ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ​ປະ​ເທດ​ປະ​ທານ​ໝູນ​ວຽນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປຊ

2018-12-04 10:19:52 cri

 ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໃນວັນ​ທີ 3 ທັນ​ວາ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ວ່າ, ຈີນ​ໄດ້ປະ​ຕິ​ບັດ​ໜ້າ​ທີ່​ຕາມອາ​ຍຸ​ການ​ປະ​ເທດ​ປະ​ທານ​ໝູນ​ວຽນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ເວ​ລາ 11 ເດືອນ​​ຢ່າງ​ສຳ​ເລັດ​ຜົນ, ​ຜົນ​ງານຂອງ​ຈີນ​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາກ​ບັນ​ດາ​ຝ່າຍ.
 

​ທ່ານ​ເກີງ​ສວງ​ກ່າວ​ຕື່ມ​ວ່າ: ຈີນ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມຫຼັກ​ການ “ຍຸ​ຕິ​ທຳ,ໂປ່ງ​ໃສ,ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ຕິດ​ແທດ​ຕົວ​ຈິງ” ໃນ​ການ​ເປັນ​ປະ​ທານ​ຈີນ​ໄດ້​ຈັດກອງ​ປະ​ຊຸມ 35 ຄັ້ງ ໂດຍ​ໄດ້​ຮັບ​ຮອງ​ມະ​ຕິ​ 6 ສະ​ບັບ, ອອກ​ຖະ​ແຫຼງ​ການ 7 ສະ​ບັບ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ ແລະ​ໄດ້​ປະ​ກອບ​ສ່ວນ​ທີ່​ດີ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ ເຊິ່ງ​ໄດ້ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາກ​ບັນ​ດາ​ຝ່າຍ. ຈີນ​ຈະ​ສືບ​ຕໍ່​ເຄົາ​ລົບ​ປະ​ຕິ​ບັດ​ຕາ​ມ​ຈຸດ​ປະ​ສົງ​ແລະຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​​ວິ​ໄສ​ທັດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງປີ 2030, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເສີ​ມ​ຂະ​ຫຍາຍ​ບົດ​ບາດຫຼາຍກວ່າ​ເກົ່າ​ໃນ​ວຽກ​ງານ​ສາ​ກົນ.

ຄຳ​ເຫັນ

0