蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ນາ​ມາ

2018-12-04 10:21:51 CRI

图片默认标题_fororder_1123802292_15438720097521n

 

图片默认标题_fororder_1123802292_15438720098731n

ວັນ​ທີ 3 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຈວນ ​ຄາ​ຣອສ ວາ​ເລ​ຣາ ປະ​ທາ​ນາ​ທິ​ບໍ​ດີ​ປາ​ນາ​ມາ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ດີ​ງາມ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຜົນ​ສຳ​ເລັດ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ແຕ່​ຈີນ-ປາ​ນາ​ມາ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​​ທາງ​ການ​ທູດມາ​ນີ້ ພ້ອມ​ທັງ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ນັບ​ແຕ່​ຈີນແລະ​ປາ​ນາ​ມາ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ໄດ້ໜຶ່ງ​ປີ​ເຄິ່ງ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ, “ຍຸດ​ທະ​ສາດ​ຈໍ​ລະ​ຈອນ​ສິນ​ຄ້າ​ແຫ່ງ​ຊາດ​​ຮອດປີ 2030” ຂອງ​ປາ​ນາ​ມາ​ແທດ​ເໝາະ​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ​ໃນ​ລະ​ດັບ​ສູງ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ທາງ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ. ຈີນ​ຍິນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາ​ການ​ຄ້າ​ເສ​ລີ​ກັບ​ປາ​ນາ​ມາ, ຍິນ​ດີ​ໃຫ້​ປາ​ນາ​ມາ​ສົ່ງ​ອອກ​ເຄື່ອງ​ທະ​ເລ, ຜະ​ລິດ​ຕະ​ພັນ​ຊີ້ນ ແລະ ໝາກ​ນັດ​ສູ່​ຈີນ, ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ລະ​ຫວ່າງ​ທ້ອງ​ຖິ່ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ຝ່າຍ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ລັດ​ທິ​ປົກ​ປ້ອງ ແລະ ລັດ​ທິ​ຝ່າຍ​ດຽວ.

ທ່ານ​ວາ​ເລ​ຣາ​ກ່າວ​ວ່າ, ນັບ​ແຕ່​ປາ​ນາ​ມາ ແລະ ຈີນ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ປາ​ນາ​ມາ​ຍຶດ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ, ສະ​ໜັບ​ສະ​ໜູນ​ການ​ຮ່ວ​ມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຍິ​ນ​ດີ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຈີນ​ໂດຍ​ໄວ ແລະ ຍົກ​ລະ​ດັບ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ປາ​ນາ​ມາ​ຫວັງ​ວ່າ, ຈະ​​ສາ​ມາດນຳ​ໃຊ້​ທ່າ​ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ ແລະ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຕົນ ເພື່ອ​ກາຍ​ເປັນ​ປະ​ຕູ​ ແລະ ຂົວ​ທີ່ເຊື່ອມ​ຕໍ່​ຈີນ​ກັບ​ພາກ​ພື້ນ​ອາ​ເມ​ຣິ​ກາ​ກາງ ແລະ ອາ​ເມ​ຣິ​ກາ​ລາ​ຕິນ.

ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ກາ​ນ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍຫຼາຍ​ສະ​ບັບ ແລະ ຮ່ວມ​ກັນຖະ​ແຫຼງ​ຂ່າວ.

ຄຳ​ເຫັນ

0