覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄລ​ຍະ​ 3 ເດືອນ​ຕໍ່​ໜ້າ ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ທັງ​ຈີນ​ແລະ​ອາ​ເມ​ຣິ​ກາ

2018-12-04 10:55:27 cri

ວັນ​ທີ 1 ທັນ​ວາ​ນີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ໂດ​ໂນ​ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ພົບ​ປະ​ກັນ​ຢູ່​ອາກ​ຊັງ​ຕິນ, ສອງ​ຝ່າຍ​ຕັດ​ສິນ​ໃຈ​ຢຸດ​ຕິ​ການ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ຄ້າ​ເຊັ່ນ​:ການຂຶ້ນ​ພາ​ສີ​ຕື່ມ​ອີກ​ແລະ​ອື່ນໆ; ສອງ​ຝ່າຍ​ຈະ​ໃຊ້​ເວ​ລາ 90 ວັນ​ເພື່ອ​ເລັ່ງ​​ການປຶກ​ສາ​ຫາ​ລື​ເພື່ອ​ໃຫ້​ບັນ​ລຸ​ການ​ເຊັນ​ສັນ​ຍາ, ຍົກ​ເລີກ​​ການ​ຂຶ້ນ​ພາ​ສີ​ຕໍ່​ກັນ​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຖ້າ​ວ່າ​ສອງ​ຝ່າຍ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ອາ​ເມ​ຣິ​ກາ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ສືບ​ຕໍ່​ເຮັດ​ໃຫ້​ສົງ​ຄາມ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ​ຕື່ມ.ນີ້​ກໍ​ໝາ​ຍ​ຄວາມ​ວ່າ, ໃນ​ໄລ​ຍະ 3 ເດືອນ​ຕໍ່​ໜ້າ, ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ​ຈະ​ເປີດ​ການປະ​ຊັບ​ໄຫວ​ພິກ​ແລະ​ຄວາມ​ກ້າ​ຫານ​​ຮອບ​ໃໝ່ ເຊິ່ງ​ຕ້ອງ​ເປັນ​ຂະ​ບວນ​ການ​ທີ່​ຫຍຸ້ງ​ຍາກ​ສັບ​ສົນ​ແນ່ນອນ. ເປັນ​ຫຍັງ​ຈີນ​ແລະ​ອາ​ເມ​ຣິ​ກາ​ສາ​ມາດ​ຢຸດ​​ຕິສົງ​ຄາມ​ການ​ຄ້າ​ຊົ່ວ​ຄາວ? ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ວ່າ ສົງ​ຄາມ​ການ​ຄ້າ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ເດືອນກວ່າ ນັ້ນ​ໄດ້​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ຕ້ອງ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ. ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຂາດ​ດຸນ​ການ​ຄ້າ​ສິນ​ຄ້າ​​ທີ່​ຈັບ​ຕ້ອງ​ໄດ້ຂອງ​ອາ​ເມ​ຣິ​ກາ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​ໄດ້​ມີ​ເຖິງ 77,2 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ສ້າງ​ສະ​ຖິ​ຕິ​ສູງ​ອີກ​ຄັ້ງ​ໃໝ່​ໃນ​ປະ​ຫວັດ​ສາດ; ຂະ​ນະ​ດຽວ​ກັນ, ໃນ​ໄຕ​ມາດ​ທີ​ສອງ​ປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຢູ່​ອາ​ເມ​ຣິ​ກາ​ໄດ້ຫຼຸດ​ລົງ 8,2 ຕື້​ໂດ​ລາ​ສະ​ຫະ​ລັດ ຖື​ວ່າ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ຕົ້ນ​ປີ 2015ເປັນ​ຕົ້ນ​ມາ. ມັນ​​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ,ສົງ​ຄາມ​ການ​ຄ້າ​ບໍ່​ໄດ້​ຊ່ວຍ​ໃຫ້​ອາ​ເມ​ຣິ​ກາບັນ​ລຸ​ເປົ້າ​ໝາຍຫຼຸດ​ການ​​ຂາດ​ດຸນ​ການ​ຄ້າ​ໃຫ້​ໜ້ອຍ​ລົງ, ການ​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ແລະ​ດຶງ​ດູດ​ທຶນ​ໃຫ້​ໄຫຼ ​ຄືນ​ສູ່​ປະ​ເທດ​ແລະ​ອື່ນ​ໆ, ກົງ​ກັນ​ຂ້າມ​ໄດ້​ເພີ່ມ​ຄວາມ​​ກົດ​ດັນ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ຕື່ມ​ອີກ.
 

  ປັດ​ຈຸ​ບັນ, ປະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຕັດ​ສິນ​ໃຈ​ຢຸດ​ຕິ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຊົ່ວ​ຄາວ, ເວົ້າ​ສຳ​ລັບ​ສອງ​ຝ່າຍ​ແລ້ວ​ລ້ວນ​ແຕ່​ເປັນ​ທາງ​ເລືອກ​ທີ່​ສະຫຼາດ​ແລະ​ເປັນ​ປະ​ໂຫຍດ. ສະ​ນັ້ນ, ໄລ​ຍະ 3 ເດືອນ​ຕໍ່​ໜ້າ​ຈຶ່ງມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ທັງ​ຈີນ​ແລະ​ອາ​ເມ​ຣິ​ກາ. ແຕ່​ວ່າ, ບໍ່​ວ່າ​ຜົນ​ການ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ໃນ​ຖາ​ນະ​ທີ່​ເປັນ​ຝ່າຍ​ທີ່​ຈຳ​ເປັນ​ຕ້ອງ​ຕອບ​ໂຕ້​ໃນ​ສົງ​ຄາມ​ການ​ຄ້າ, ຈີນ​ກໍ​ຈະ​ຮັບ​ມື​ຢ່າງ​ມີ​ສະ​ຕິ​ແລະ​ທຸ່ນ​ທ່ຽງ.
 

ໃນ​ໄລ​ຍະ 3 ເດືອນ​ຕໍ່​ໜ້າ, ຈີນ​ຈະ​ປະ​ຕິ​ບັດ​ຄື​ທີ່​​ເຄີຍເຮັດ​ຜ່ານ​ມາ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ​ແລະ​ລະ​ບຽບການ​ຄ້າ​ໂລກ, ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອປຶກ​ສາ​ຫາ​ລື​ກັບ​ອາ​ເມ​ຣິ​ກາ. ແຕ່​ຂະ​ນະ​ດຽວ​ກັນ, ຈີນ​ກໍ​ຈະ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​​ໂດຍ​ຖື​ສິ່ງທີ່​ເກີດ​ຂຶ້ນ​ເປັນ​ທຳ​ມະ​ດາ, ສຳ​ລັບ​ຜົນ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ, ຈະ​ບໍ່​ຄາດ​ຫວັງ​ໄປ​ໃນ​ທາງບວກ​ເກີນ​ໄປ ແລະ​ກໍ​ບໍ່​ເບິ່ງ​ໄປ​ໃນ​​ແງ່​ລົບ​ຢ່າງຫຼັ​ບ​ຫູຫຼັບ​ຕາ. ໃນ​ຂະ​ບວນ​ການ​ນີ້, ຂໍ​ພຽງ​ແຕ່​ສອງ​ຝ່າຍ​ຈີນ-ອາ​ເມ​ຣິ​ກາ​ຕ່າງ​ກໍ​ສາ​ມາດ​ຍຶດ​ໝັ້ນຫຼັກ​ການ​ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ປຶກ​ສາ​ຫາ​ລື​ກັນ​ຢ່າງ​ຈິງ​ໃຈ,ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໃຫ້​ດີ, ເຊື່ອ​ໝັ້ນ​ວ່າ ສອງ​ຝ່າຍ​ຈະ​ສາ​ມາດ​ແກ້​ໄຂ​​ບັນ​ຫາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​​ກັງ​ວົນ ເພື່ອ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.

ຄຳ​ເຫັນ

0