黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລັ່ງສ້າງ​ທ່າ​​ເຮືອອ່າວ​ເປີ​ຍປູ້​ໃຫ້​ກາຍ​​ເປັນສູນ​ກາງ​ຊ່ອງ​ທາງ​ໃໝ່​ການ​ຄ້າ​ທາງບົກ​ແລະ​ທາງ​ທະ​ເລ​ສາກົນ

2018-12-04 16:32:13 CRI

​ເມື່ອບໍ່​ດົນ​ມາ​ນີ້, ຄະນະ​ສຳພາດ​ຂ່າວ “​ແສງສະຫວ່າງ​ 60 ປີ, ​ເຂດ​ກວາງຊີ​ທີ່​ສວຍ​ສົດ​ງົດ​ງາມ​” ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ເຂດ​ທ່າ​​ເຮືອຊິ່ນ​ໂຈ່​ວ, ​ເຂດ​ທ່າ​ເຮືອຝາງ​ເສິງ​ກາງ ​ແລະ ​ເຂດ​ທ່າ​ເຮືອ​ເປີ​ຍ​ໄຫ ຂອງ​ເຂດ​ທ່າ​ເຮືອ​ອ່າວ​ເປີ​ຍປູ້​ກວາງຊີ ​ໂດຍ​ໄດ້​ລາຍ​ງານ​ວ່າ: ປັດຈຸບັນ, ​ທ່າ​​ເຮືອໃຫຍ່ 3 ​ແຫ່ງ​ຂອງ​ອ່າວ​ເປີ​ຍປູ້​ພວມ​ເລັ່ງພັດທະນາ​ການ​ເຊື່ອມ​ຈອດ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ທາງ​ລົດ​ໄຟ ​ເພື່ອ​ເລັ່ງສ້າງຕົນ​ເອງ​ໃຫ້​ເປັນ​ສູນ​ກາງ​ການ​ຂົນ​ສົ່ງ​ທາງການ​ຄ້າ​ທາງບົກ​ແລະ​ທາງ​ທະ​ເລ​ສາກົນ​ແຫ່ງ​ໃຫຍ່.

ປີ 2007, ກວາງຊີ​ໄດ້​ລວມ​ເອົາ​ທ່າ​​ເຮືອເ​​ປີ​ຍ​ໄຫ, ທ່າ​​ເຮືອຊິ່ນ​ໂຈ່​ວ ​ແລະ ທ່າ​ເຮືອ​ຝາງ​ເສິງກາງ​ເຂົ້າ​ເປັນ​ໜຶ່ງ​ດຽວ ​ເຊິ່ງ​ເປັນຄັ້ງທຳ​ອິດ​ຂອງປະ​ເທດ​ໃນ​ການ​ລວມ​ທ່າ​ເຮືອ​ຢູ່​ຕາມ​ຊາຍ​ຝັ່ງ​ທະ​ເລ​ທີ່​ເປັນ​ເຂດ​ບໍລິຫານ​ຕ່າງ​ກັນນັ້ນ​ເຂົ້າ​ເປັນ​ໜຶ່ງ​ດຽວ. ​ເມື່ອ​ໄດ້​ພັດທະນາ​ມາ​ເປັນ​ເວລາ 10 ກວ່າ​ປີ, ທ່າ​​ເຮືອອ່າວ​ເປີ​ຍປູ້ ​ໄດ້​ເປີດການ​ເດີນ​ເຮືອຕິດຕໍ່​ກັບ​ທ່າ​ເຮືອ​ສຳຄັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນທັງ​ໝົດ​ແລ້ວ ສົ່ງ​ຜົນ​ເຮັດ​ໃຫ້ປະລິມານ​ຂົນ​ຖ່າຍ​ສິນຄ້າ​ຂອງທ່າ​ເຮືອ​ໃຫຍ່​ 3 ​ແຫ່ງດັ່ງກ່າວ​ໄດ້​ເພີ່ມ​ຈາກປະມາ​ນ 80 ລ້ານ​ໂຕນ​ຂອງ 10 ປີ​ກ່ອນ​ຂຶ້ນ​ເປັນ 200 ກວ່າ​ລ້ານ​ໂຕນ​ຂອງ​ປີຜ່ານມາ.

ທ່ານ​ຫວາງ​ເຫ​ວິນ​ຢວນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເຂດພັກສິນຄ້າທ່າ​​ເຮືອຊິ່ນໂຈ່ວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ປັດຈຸບັນ, ທ່າ​ເຮືອຊິ່ນໂຈ່ວ​ໄດ້​ເປີດການ​​ເດີນ​ເຮືອ​ໂດຍ​ກົງ​ກັບ​ທ່າ​ເຮືອ​ສຳຄັນ​​ແຫ່ງຕ່າງໆ​ຂອງ​ປະ​ເທດ​ໃນ​ອາ​ຊຽນ ​ເຊັ່ນ: ສິງກະ​ໂປ, ຫວຽດນາມ, ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ຂະນະ​ດຽວ​ກັນ, ​ເຂດ​ທ່າ​​ເຮືອຊິ່ນ​ໂຈ່​ວຍັງ​ໃຊ້​ມາດ​ຕະການ​ຕ່າງໆ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຜ່ານ​ດ່ານ ​ແລະ ຊຸກຍູ້​ການ​ພົວພັນ​ທາງ​ການ​ຄ້າ​ລະຫວ່າງ​ແຂວງ, ກຳ​ແພງ​ນະຄອນ​ທີ່ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ. ປັດຈຸບັນ, ສອງ​ເຂດ​ທ່າ​ເຮືອ​ໃຫຍ່​ອື່ນໆຂອງ​ທ່າ​ເຮືອ​ອ່າວ​ເປີ​ຍປູ້ ຄື: ​ເຂດ​ທ່າ​ເຮືອ​ຝາງ​ເສິງ​ກາງ ​ແລະ ​ເຂດ​ທ່າ​ເຮືອ​ເປີ​ຍ​ໄຫກໍພວມ​ເລັ່ງຊຸກຍູ້​ການ​ເຊື່ອມ​ໂຍງ​ການ​ຂົນ​ສົ່ງທາງ​ທະ​ເລ​ແລະ​ທາງ​ລົດ​ໄຟ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0