黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມາ​ຄົມຖົ່ວ​ເຫຼືອງ​ອາ​ເມ​ຣິ​ກາ​ຊົມ​ເຊີຍ​ຈີນ​ແລະ​ອາ​ເມ​ຣິ​ກາ​ກ້າວ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ

2018-12-05 14:04:11 cri

ສະ​ມາ​ຄົມ​ຖົ່ວ​ເຫຼືອງ​ອາ​ເມ​ຣິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 3 ທັນ​ວາ​ນີ້, ຊົມ​ເຊີຍ​ຜູ້​ນຳ​ຈີນ​ແລະ​ອາ​ເມ​ຣິ​ກາ​ກ້າວ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ໂດຍ​ໄດ້ຮຽກ​ຮ້ອງ​ໃຫ້​ຟື້ນ​ຟູ​ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໂດຍ​ໄວ​ແລະ​ບັນ​ລຸ​ສັນ​ຍາ​ໄລ​ຍະ​ຍາວ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ຈອນ ໄຮ​ດອ​ຟ​ເຟີ ປະ​ທານ​ສະ​ມາ​ຄົມ​ຖົ່ວ​ເຫຼືອງ​ອາ​ເມ​ຣິ​ກາ​ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ, ຜູ້​ນຳ​ສອງ​ປະ​ເທດ​ເຫັນ​ດີ​ປະ​ຕິ​ມັດ​ມາດ​ຕະ​ການ​ຜ່ອນ​ຄາຍ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ, ນີ້​ແມ່ນ​ສັນ​ຍານ​ທີ່​ດີ​ເທື່ອ​ທຳ​ອິດ​ທີ່​ຊາວ​ນາ​​ຜູ້​ປູກ​ຖົ່ວ​ເຫຼືອງອາ​ເມ​ຣິ​ກາ​ໄດ້​ຮັບ​ຫຼັງ​ລາ​ຄາ​ຖົ່ວ​ເຫຼືອງ​ຫຼຸດ​ລົງ​ແລະ​ການ​ສົ່ງ​ອອກ​ຖືກ​ຢຸດ​ສະ​ງັກ​ເປັນ​ເວ​ລາ​ຫຼາຍ​ເດືອນ. ຖະ​ແຫຼງ​ການ​ກ່າວ​ວ່າ, ​ທາງ​ສະ​ມາ​ຄົມຫວັງ​ໃຫ້​ສອງ​ປະ​ເທດ​ສາ​ມາດ​ບັນ​ລຸ​ສັນ​ຍາ​ໄລ​ຍະ​ຍາວ, ​ເຮັດ​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິ​ດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຟື້ນ​ຄືນ​ໃໝ່.

ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ມາ​ນີ້, ສະ​ມາ​ຄົມ​ຖົ່ວ​ເຫຼືອງ​ອາ​ເມ​ຣິ​ກາ​ເຄີຍ​ສະ​ແດງ​ທ່າ​ທີ​ຫຼາຍ​ເທື່ອ​ແລ້ວ​ວ່າ, ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ນາ​ອາ​ເມ​ຣິ​ກາ​ຢ່າງ​ແນ່ນອນ, ແລະ​ຮຽກ​ຮ້ອງ​ໃຫ້​ຊອກ​ຫາ “ວິ​ທີ​ແກ້​ໄຂ​​ໂດຍ​ບໍ່​ຂຶ້ນ​ພາ​ສີ.”

ຄຳ​ເຫັນ

0