尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​​ເມ​ຣິ​ກາ​​ວ່າ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດ​ສັນ​ຍາຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​ຫຼັງ 60 ວັນ

2018-12-05 11:23:54 cri

ວັນ​ທີ 4 ທັນ​ວາ​ນີ້, ທ່ານ ​ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ໃນ​ໄລ​ຍ​ະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນາ​ໂຕ​ທີ່​ນະ​ຄອນ​ຫຼວງບ​ຣຸກ​ແຊນປະ​ເທດ​ແບນ​ຊິກ​ວ່າ: ຣັດ​ເຊຍ​ໄດ້​ລະ​ເມີດສັນ​ຍາຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ,ມີ​ແຕ່​ຣັດ​ເຊຍ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ຢ່າງ​ຮອບ​ດ້ານ​ເທົ່າ​ນັ້ນ,ຖ້າ​ບໍ່​ດັ່ງ​ນັ້ນ​ອາ​ເມ​ຣິ​ກາ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ຫຼັງ​ຈາກ 60 ວັນ.
 

ກ່ຽວ​ກັບ​ທ່າ​ທີ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ, ທ່ານ​ນາງ ມາ​ເຣຍ ​ຊັກ​ຄາ​ໂຣ​ວາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ: ຣັດ​ເຊ​ຍ​ໄດ້​ປະ​ຕິ​ບັດ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ມາ​ໂດຍ​ຕະ​ຫຼອດ ເຊິ່ງ​ອາ​ເມ​ຣິ​ກາ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້.
 

ວັນ​ທີ 20 ຕຸ​ລາ​ປີ​ນີ້, ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​​ຍ້ອນຂໍ້​ອ້າງ​ວ່າ​ຣັດ​ເຊຍ​ໄດ້​ລະ​ເມີດ​ສັນ​ຍາ​ເປັນ​ເວ​ລາ​ຍາວ​ນານແລະ​ສັນ​ຍາ​​ດັ່ງ​ກ່າວມີ​ຄວາມ​ຈຳ​ກັດ​ຕໍ່​ການ​ຄົ້ນ​ຄວ້າ​ຜະ​ລິດ​ອາ​ວຸດ​ໃໝ່​ຂອງ​ປະ​ເທດ​ຕົນ. ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 24 ຕຸ​ລາ​ປີ​ນີ້​ວ່າ: ຖ້າ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ,ຣັດ​ເຊຍ​ຈະ​ຕອບ​ໂຕ້​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ທັນ​ທີ.

ຄຳ​ເຫັນ

0