尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ປະ​ຊາ​ຊາດ​ປະ​ກາດ​ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານມົນ​ລະ​ພິດ​ທາງ​ປາ​ແລັ​ສ​ຕິກ​ຂອງ​ໂລກ

2018-12-05 16:08:10 cri

ວັນ​ທີ 4 ທັນ​ວາ​ນີ້, ທ່ານ ມາ​ເຣຍ ເຟີ​ນານ​ດາ ເອ​ສ​ປີ​ໂນ​ຊາ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດ​ທີ 73 ໄດ້​ປະ​ກາດ​ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​​ມົນ​ລະ​ພິດ​ທາງປາ​ແລັ​ສ​ຕິກ​ຂອງ​ໂລກ.
 

ທ່ານ ມາ​ເຣຍ ເຟີ​ນານ​ດາ ເອ​ສ​ປີ​ໂນ​ຊາ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ​ໃນ​ມື້​ດັ່ງ​ກ່າວ​ວ່າ: ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ປາ​ແລັ​ສ​ຕິກ​ທີ່​ໃຊ້​ໄດ້​ເທື່ອ​ດຽວ 80% ຈະໄຫຼ​ລົງທະ​ເລ​ໃນ​ທີ່​ສຸດ,ຄາດ​ວ່າ​ຮອດ​ປີ 2050, ປະ​ລິ​ມານປາ​ແລັ​ສ​ຕິກ​ໃນ​ທະ​ເລ​ຈະ​ຫຼາຍກວ່າ​ປະ​ເພດ​ປາ. ຫ້ອງ​ການ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ຕ້ານ​ມົນ​ລະ​ພິດ​ທາງ​ປາ​ແລັ​ສ​ຕິກ​ຂອງ​ໂລກ.
 

ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ອົງ​ການ​ວາງ​ແຜນ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ສະ​ຫະ​ປະ​ຊາ​ຊາດ,​ປະ​ເທດອັນ​ຕີກວາ​​ແລະບາ​ບູ​ດາ,ນອກ​ແວ​​ພ້ອມ​ດ້ວຍອົງ​ການ​ແລະ​ປະ​ເທ​ດ​ອື່ນໆ. ໂດຍ​ມີ​ເປົ້າ​ໝາ​ຍກວມ​ສອງ​ດ້ານ​ຄື: ໜຶ່ງ ຫຼຸດ​ຂີ້​ເຫຍື້ອ​ປາ​ແລັ​ສ​ຕິກ​ໃນ​ລະ​ບົບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ; ສອງ ດຳ​ເນີນ​ການ​ຮ່ວມ​ມື​ກັບ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ,ຍົກ​ສະ​ຕິ​​ຄວາມ​ຮັບ​ຜິດ​ຊອບຂອງ​ມວນ​ຊົນ​ໃຫ້​ສູງ​ຂຶ້ນ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຄຳ​ເຫັນ

0