黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝຣັ່ງຢຸດຕິ​ການ​ປັບ​ຂຶ້ນ​ອາກອນ​ນ້ຳມັນ​ເຊື້ອ​ໄຟ​ຊົ່ວຄາວ

2018-12-05 11:19:48 CRI

ທ່ານ​ເອດູ​ອາດ ຟີ​ລິບ​ເປ ນາຍົກລັດຖະມົນຕີຝຣັ່ງ​ໄດ້​ປະກາດ​ໃນ​ວັນ​ທີ 4 ທັນວາ​ນີ້​ວ່າ: ລັດຖະບານ​ຈະ​ເລື່ອນ​ເວລາ​ໄປ​ອີກ 6 ​ເດືອນ​ໃນ​ການ​ປັບ​ຂຶ້ນອາກອນ​ນ້ຳມັນ​ເຊື້ອ​ໄຟ ​ແລະ ຢຸດຕິ​ການ​ນຳ​ໃຊ້​ມາດຕະການ​ຕ່າງໆ ​ເຊັ່ນ: ກຳນົດ​ອາກອນ​ນ້ຳ​ມັນກາ​ຊວນ​ແລະ​ນ້ຳມັນ​ແອັດ​ຊັງ​ເປັນ​ເອກະ​ພາບ​ກັນ. ນອກ​ນີ້, ​ໃນ​ລະດູ​ໜາວ​ປີ​ນີ້ ລັດຖະບານ​ຈະ​ບໍ່​ປັບ​ຂຶ້ນລາຄາ​ອາຍ​ແກັສທຳ​ມະ​ຊາດ​ແລະ​ລາຄາ​ໄຟຟ້າ; ​ໃນ​ໄລຍະ​ຢຸດຕິ​ການ​ປັບ​ຂຶ້ນອາກອນ​ນ້ຳມັນ​ເຊື້ອ​ໄຟ​ນັ້ນ, ລັດຖະບານ​ຈະ​ຈັດຕັ້ງຟັງ​ຄວາມ​ຄິດ​ເຫັນ​ທົ່ວ​ໄປ​ກ່ຽວ​ກັບ​ບັນຫາ​ການ​ເກັບ​ສ່ວຍ​ສາ​ອາກອນ​ແລະ​ລາຍ​ຈ່າຍ​ສາທາລະນະ​ເປັນຕົ້ນ.

​ເພື່ອ​ຮັບ​ມື​ກັບ​ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ລັດຖະບານຝຣັ່ງ​ໄດ້​ປັບ​ຂຶ້ນອາກອນ​ນ້ຳມັນ​ເຊື້ອ​ໄຟ​ມາ​ແລ້ວ​ໃນປີ​ນີ້ ​ແລະ ​ໄດ້​ວາງ​ແຜນ​ຈະ​ປັບ​ຂຶ້ນອາກອນ​ດັ່ງກ່າວ​ອີກ​ນັບ​ແຕ່​ວັນ​ທີ 1 ມັງກອນ​ປີໜ້າ​ເປັນຕົ້ນ​ໄປ. ຫວ່າງ​ມໍ່ໆ​ມາ​ນີ້, ປະຊາຊົນ​ຝຣັ່ງ​ໄດ້​ປະ​ທ້ວງ​ການ​ປັບ​ຂຶ້ນລາຄາ​ນ້ຳມັນ​ເຊື້ອ​ໄຟ​ຢູ່​​ຖະໜົນ​​ໃນນະຄອນຫຼວງປາຣີ ​ແຕ່​ການ​ປະ​ທ້ວງ​ດັ່ງກ່າວ​ໄດ້​ຖືກ​ພວກ​ຫົວ​ຮຸນ​ແຮງ​ສວຍ​ໃຊ້​ເປັນ​ໂອກາດ ​ໂດຍ​ໃຊ້​ກຳລັງ​ຮຸນ​ແຮງ​ໃນ​ການ​ທຳລາຍ​, ປຸ້ນ​ຈີ້​ຢູ່​ເຂດ​ທ່ອງ​ທ່ຽວທີ່​ມີ​ຊື່​ສຽງ​ແລະເຂດຮ້ານ​ຄ້າຫຼາຍບ່ອນ ພາ​ໃຫ້​ເກີດ​ເຫດການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງຮຸນ​ແຮງຫຼາຍ​ເຫດການ.

ທ່ານ​ຟິລິບ​ເປ ກ່າວ​ເນັ້ນວ່າ: ລັດຖະບານ​ຝຣັ່ງບໍ່​ອະນຸຍາດ​​ໃຫ້​ເກີດ​ເຫດການ​ຮຸນ​ແຮງ​ຕໍ່​ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ, ສິ່ງ​ກໍ່ສ້າງ​ສາທາລະນະ ​ແລະ ຮ້ານ​ຄ້າ​ຕ່າງໆ ພວກ​ຫົວ​ຮຸນ​ແຮງ​ເຫຼົ່ານີ້​ຈະ​ຖືກ​ລົ​ງ​ໂທດ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0