尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈະ​ເລີ່ມ​ດຳ​ເນີນກິດ​ຈະ​ກຳ​ສາຍ​ຮູບ​ເງົາ​ທີ່​ດີ​ເດັ່​ນ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 3

2018-12-05 11:25:44 cri

图片默认标题_fororder_1

ຕາມ​ຂ່າວCRI: ກິດ​ຈະ​ກຳ​ສາຍ​ຮູບ​ເງົາ​ທີ່​ດີ​ເດັ່​ນ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 3 ຈະ​ເລີ່ມຂຶ້ນຢູ່ 7 ແຂວງ​ຂອງ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 5 ຫາ​ວັນ​ທີ 21 ທັນ​ວາ​ນີ້.
 

ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ແລະ ກະ​ຊວງວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະ​ກຳ​ປູ​ເຈຍ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັ​ດ​ຂຶ້ນ,ວິ​ທະ​ຍຸ​ມິດ​ຕະ​ພາບ​ຈີນ-ກຳ​ປູ​ເຈຍ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ກຸ່ມ​ບໍ​ລິ​ສັດ​ຮູບ​ເງົາ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ຈັດ​ຂຶ້ນ. ໂດຍ​ຈະ​ສາຍ​ຮູບ​ເງົາ​ຈີນ​ຫຼາຍ​ເລື່ອງ​ເຊັ່ນ: “ທິມ​ສາວ​ເຈົ້າ​ວາ​ຍຸ”, “​ຍຸດ​ທະ​ການ​ທະ​ເລ​ແດງ”, “​ນັກ​ຮົບ​ໝາ​ປ່າ​ພາກ Ⅱ”, “​ກັງ​ຟູ​ໂຢ​ຄະ” ແລະ “​ພະ​ຖັງ​ຊຳ​ຈັງ” ເປັນ​ຕົ້ນ. ແລະ​ຈະ​ຈັດ​ກິດ​ຈະ​ກຳ​ຢູ່​ບັດ​ຕຳ​ບັງ,​ສຽມ​ລຽບ,​ກຳ​ປົງ​ທົມ,ສ​ຕຸງ​ເຕືອງ,ຣະ​ຕະ​ນາ​​ຄີ​ຣີ,ມອນ​ດູ​​ຄີ​ຣີ​ແລະ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນອີກ.
图片默认标题_fororder_2

ນັບ​ແຕ່​ໄດ້​ເລີ່ມ​ດຳ​ເນີນກິດ​ຈະ​ກຳ​ສາຍ​ຮູບ​ເງົາ​ທີ່​ດີ​ເດັ່​ນ​ຈີນ-ກຳ​ປູ​ເຈຍ​ໃນ​ປີ 2016 ເປັນ​ຕົ້ນ​ມາ, ທິມ​ງານສາຍ​ຮູບ​ເງົາ​ຂອງວິ​ທ​ະ​ຍຸ​ມິດ​ຕະ​ພາບ​ຈີນ-ກຳ​ປູ​ເຈຍ​ໄດ້​ເດີນ​ທາງ​ໄປ​ໃນ 14 ແຂວງ​​ຂອ​ງ​ກຳ​ປູ​ເຈຍ, ໄດ້​ສາຍ​ຮູບ​ເງົາ​ທີ່​ດີ​ເດັ່ນ​ຂອງ​ຈີນ​ແລະ​ກຳ​ປູ​ເຈຍ 10 ກວ່າ​ເລື່ອງ 24 ຮອບ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຫຼາຍກວ່າ 4 ໝື່ນ​ຄົນໄດ້​ຮັບ​ຊົມ.

 

ຄຳ​ເຫັນ

0