黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ເນັ້ນ​ວ່າ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ສາ​ມາດ​ສະ​ກັດ​ກັ້ນ​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ​ຂອງ​ອີ​ຣານ

2018-12-05 14:04:41 cri

ຕາມ​ຂ່າວ CRI: ວັນ​ທີ 4 ທັນ​ວາ​ນີ້​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊຸມ​​ນຸມລະ​ນຶກ​​ວັນນັກ​ຮຽນ​ຢູ່​ແຂ​ວງ​ເຊັມ​ນັນ​ທາງ​ພາກ​ເໜືອ​ອີ​ຣານ, ທ່ານ​ຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ສາ​ມາດ​ສະ​ກັດ​ກັ້ນ​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ​ຂອງ​ອີ​ຣານ.

ຕາມ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຣານ​ລາຍ​ງານ​ວ່າ, ໃນ​ໂອ​ກາດ​ກ່າວ​ປາ​ໄສ​ຢູ່​ແຂວງ​ເຊັມ​ນັນ​ທາງ​ພາກ​ເໜືອ​ອີ​ຣານ, ທ່ານ​ຣູ​ຮາ​ນີ ກ່າວ​ວ່າ, ອີ​ຣານ​ພວມ​ແລະ​ຈະ​ສືບ​ຕໍ່​ສົ່ງ​ອອກ​ນ້ຳ​ມັນ​ດິບ​ອີກ, ອາ​ເມ​ຣິ​ກາ​​ບໍ່​ສາ​ມາດສະ​ກັດ​ກັ້ນ​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ​ຂອງ​ອີ​ຣານ​ໄດ້, ທັງ​ບໍ່​ມີ​ຄວາມ​ສາ​ມາດ​ຫ້າມ​ອີ​ຣານ​ຂົນ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ. ຖ້າ​ວ່າ​ອີ​ຣານ​ບໍ່​ສາ​ມາດ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ພາຍ​ໃຕ້​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາ, ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ຜະ​ລິດ​ຢູ່​ເຂດ​ອ່າວເປີ​ເຊຍຈະ​ບໍ່​ສາ​ມາດ​ສົ່ງ​ອອກ​ໝົດ.

​ຄຳ​ກ່າວ​ຂອງທ່ານ​ຣູ​ຮາ​ນີ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ເທດ​ຕົນ​ມີ​ຄວາມ​ສາ​ມາດ​ປິດ​ລ້ອມ​ຊ່ອງ​ແຄບ​ໂຮ​ມຸ​ສ​ເຊິ່ງ​ເປັນ​​ເສັ້​ນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ດິບ​ສຳ​ຄັນ​ທີ່​ສຸດ​ຂອງ​ໂລກ​ອີກ​ຄັ້ງ​ໜຶ່ງ​ເຊິ່ງ​ເຄີຍ​ກ່າວ​ມາ​ແລ້ວ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້.

ຄຳ​ເຫັນ

0