吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນຜິ​ງ​ເດີນທາງ​ເຖິງ​ນະຄອນຫຼວງ​ລິດ​ສະ​ບອນ​ປະ​ເທດ​ປອກຕຸຍ​ກາ

2018-12-05 17:28:30 cri

ວັນ​ທີ 4 ທັນວາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ເດີນທາງ​ເຖິງ​ນ​ະຄອນ​ຫຼວງ​ລິດ​ສະ​ບອນ ​ເລີ່ມການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ປອກຕຸຍ​ການ.

ທ່ານ​ສີ​ຈິ້ນ​ຜິ​ງຕາງໜ້າ​ລັດຖະບານ ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມຢື້​ຢາມ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ​ອວຍພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ລັດຖະບານ ​ແລະ​ປະຊາຊົນ​ປອກຕຸຍ​ການ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຈີນ ​ແລະ​ປອກຕຸຍ​ການມີ​ມູນ​ເຊື້ອ​ມິດຕະພາບ​ທີ່​ດີ. ​ໃນ​ປີ 1999, ສອງ​ປ​ເທດ​ໄດ້​ແກ້​ໄຂ​ບັນຫາ​ມາ​ກາວ​ໂດຍ​ການ​ເຈລະຈາ ​ເຊິ່ງ​ໄດ້​ສ້າງ​ແບບ​ຢ່າງໃນ​ການ​ແກ້​ໄຂ​ບັນຫາທາງ​ປະຫວັດສາ​ດລະຫວ່າງ​ປະ​ເທດ. ສາຍ​ພົວພັນ​ຈີນ-ປອກຕຸຍ​ການໄດ້​ຮັບ​ການ​ພັດທະນາ​ໂດຍ​ການ​ຮ່ວມ​ມື. ​ໃນ​ປີ 2005, ສອງ​ປະ​ເທດ​ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ, ​ການຮ່ວມ​ມື​ທີ່ຕ່າງຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້ພັດທະນາ​ຢ່າງ​ວ່ອງ​ໄວ, ​ໄດ້​ສົ່ງຜົນດີ​ຢ່າງ​ແທ້​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ປີ 2019 ​ເປັນ​ປີ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຈີນ-ປອກຕຸຍ​ການ​ຄົບຮອບ 40 ປີ ​ເຊິ່ງ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່​ທາງ​ປະ​ຫວັດ​ສາດຂອງ​ການ​ພັດທະນາ​ສາຍ​ພົວພັນ​ສອງ​ປະ​ເທດ. ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາ​ມພະຍາຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ປອກ​ຕຸຍ​ກາ​ນຈະມີ​ອະນາຄົດ​ທີ່​ດີກ​ວ່າ​ເກົ່າ.

ຄຳ​ເຫັນ

0