吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຮັບ​ຫຼຽນ​ໄຊຣາຊະອານາຈັກ​ກຳປູ​ເຈຍ

2018-12-05 17:29:42 cri

ປີ​ນີ້​ເປັນ​ປີ​ດຳ​ເນີນງານ​ສາກົນ​ເພື່ອ​ປະຕິສັງຂອນ​ບູຮານ​ສະຖານ​ອັງ​ກໍ​ວັດຄົບຮອບ 25 ປີ, ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 25 ຂອງ​ຄະນະ​ກຳມະການ​ປະສານ​ງານ​ສາກົນ​​ເພື່ອ​ປະສິສັງ​ຂອນ​ບູຮານ​ສະຖານ​ອັງ​ກໍ​ວັດ​ກຳປູ​ເຈຍ​ທີ່​ຈັດ​ຂຶ້ນ​ຢູ່​​​ແຂວງ​ສຍມລຽບກຳ​ປູ​​ເຈຍ, ທ່ານ​ສວີ​ຢຽນ, ທ່ານວາງ​ຢວນລີ​ນ ​ແລະ​ທ່ານກູ້​ຈຸ່ນ ຜູ້​ຊ່ວຍປະຕິສັງຂອນ​ບູຮານ​ສະຖານກຳປູ​ເຈ​ຍຂອງ​ຈີນ​ໄດ້​ຮັບ​ຫຼຽນ​ໄຊ​ຣາຊະອານາຈັກ​ກຳປູ​ເຈຍ.

ທ່ານຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ປະກອບສ່ວນຊ່ວຍ​ປະຕິສັງຂອນ​ບູຮານ​ສະຖານ​ອັງ​ກໍ​ວັດ​ຂອງ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ​ວັດທະນະທຳ​ແຫ່ງ​ສປຊ ຫຼື​ຢູ​​ເນັສໂກ ​ແລະຜູ້​ປະຕິບັດ​ງານ​ປະ​ເທດ​ຕ່າງໆ​. ທ່ານ​ກ່າວ​ວ່າ: ​ໃນ​ໄລຍະ 25 ປີຜ່ານມາ, ​ບູຮານສະຖານ​ອັງ​ກໍ​ວັດ​​ມີ​ການປັບປຸງ​ຫຼາຍ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການ​ຮັກສາ​ມໍລະດົກ​ວັດທະນະທຳ, ກາ​ນພັດທະນາ​ການທ່ອງທ່ຽວ, ການ​ປັບປຸງ​​ວິຖີຊີວິດ​ຂອງ​ປະຊາຊົນ ​ແລະ​ອື່ນໆ ​ເຊິ່ງ​ແມ່ນໝາກຜົນ​ຄວາມ​ພະຍາຍາມຮ່ວມ​ກັນຂອງ​ຢູ​ເນັສ​ໂກ, ຜູ້​ປະ​ຕິ​ບັດປະ​ເທດ​ຕ່າງໆ ​ແລະ​ປະຊາຊົນ​ກຳປູ​ເຈຍ.

​ໃນ​ປີ 1993 ກຳປູ​ເຈຍ ​ແລະ​ອົງການ​ຢູ​ເນັສ​ໂກ​ໄດ້​ດຳ​ເນີນ​ງານ​ສາກົນ​ເພື່ອ​ປະຕິສັງ​ຂອນ​ບູຮານ​ສະຖານ​ອັງ​ກໍ​ວັດ, ຈີນ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສາກົນ​ເພື່ອ​ປະຕິສັງຂອນອັງ​ກໍ​ວັດ​ຄັ້ງ​ທຳ​ອິດ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​​ໄດ້​ປະກອບສ່ວນ​ດຳ​ເນີນ​ງານ​ສາກົນ​ເພື່ອ​ປະຕິສັງຂອນ​ອັງ​ກໍ​ວັດ​ຢ່າງ​ຈະ​ແຈ້ງ. ​ໃນ​ປີ 1998, ຈີນ​ໄດ້​ເລີ່​ມການ​ປະຕິສັງຂອນ​ວັດ​ໂ​ຊ​ໄຊ​ເປັນ​ເວລາ 10 ປີ.

ຄຳ​ເຫັນ

0