吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ໄດ້​​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກາ​ນ​ເຈລະຈາ​ດ້ານ​ເສດຖະກິດ-ອາ​ຄ້າ​ຈີນ-ອາ​ເມຣິກາ

2018-12-05 17:29:08 cri

ວັນ​ທີ 5 ທັນວາ​ນີ້, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ການ​ເຈລະຈາ​ດ້ານ​ເສດຖະກິດ​-ການ​ຄ້າ​ລະຫວ່າ​ງຈີນ ​ແລະ​ອາ​ເມຣິກາ​ວ່າ: ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຈີນ-ອາ​ເມຣິກາ​​ໄດ້​ບັນລຸ​ຜົນ​ສຳ​ເລັດ, ສອງ​ຝ່າຍ​ມີ​ຄວາມ​ໝັ້ນ​ໃ​ຈຕໍ່​ການຈັດ​ຕັ້ງ​ປະຕິບັດ​ການ​ເຈລະຈາ​​ເພື່ອ​ແກ້​ໄຂ​ບັນຫາ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ຄະນະ​ເສດຖະກິດ-ການ​ຄ້າ​ສອງ​ຝ່າຍ​ຈະ​ຕັ້ງໜ້າ​ຊຸກຍູ້​ການ​ເຈລະຈາ​ຕາມ​ເວລາ ​ແລະ​ທິດ​ທາງ​ທີ່​ກຳນົດ​​ໄວ້​ໃນ 90 ມື້​ຕໍ່ໜ້າ​ນີ້. ຈີນ​ຈະ​ເລີ່​ມ​ຈັດ​ຕັ້ງ​ປະຕິ​ບັດ​ວຽກ​ງານ​ທີ່​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ໂດຍ​ໄວ.

​​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາຮັບ​ປະທານ​ອາຫານແລງຮ່ວມ​ກັນ ​ແລະ​ຈັດການ​ເຈລະຈາ​ຢູ່ນະຄອນຫຼວງບູນົສ​ໄອ​ເຣສ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ, ຢຸດຕິ​ການ​ຂຶ້ນ​ພາສີ​ໃໝ່ ​ແລະ​ຮຽກຮ້ອງ​ຄະນະ​ເສດຖະກິດ​ສອງ​ປະ​ເທດ​ເລັ່ງລັດ​ການ​ປຶກສາ​ຫາ​ລືຕາມ​ທິດທາງ​ລົບ​ລ້າງ​ການ​​ເກັບ​ພາສີ​ເພີ່ມ​ທັງ​ໝົດ ​ເພື່ອ​ບັນລຸ​ສັນ​ຍາທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ຄຳ​ເຫັນ

0