吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ​ແລະ​ປອກຕຸຍ​ການ​: ຕັດສິນ​ໃຈ​​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ

2018-12-06 17:08:50 CRI

ວັນ​ທີ 5 ທັນວາ​ນີ້, ຈີນ ​ແລະ​ປອກຕຸຍ​ການ​ໄດ້​ອອກ “ຖະ​ແຫຼ​ງການ​ຮ່ວມຈີນ-ປອກຕຸຍ​ການ​ກ່ຽວ​ກັບການເພີ່ມ​ທະວີ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຕື່ມ​ອີກ”, ສອງ​ຝ່າຍ​ຕັດສິນ​ໃຈ​ເຊັນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບການ​ສ້າງ “ໜຶ່ງ​​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ລະບຸ​ວ່າ: ປອກຕຸຍ​ການ​ຍິນ​ດີ​​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ​ກັບ​ຈີນ, ສອງ​ຝ່າຍ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຝ່າຍ​ທີ​ສາມ ຄື: ທະວີບອາ​ຟຣິກາ, ອາ​ເມຣິກາ​ລາ​ຕິນ ​ແລະຂົງ​ເຂດ​ອື່ນໆ. ສອງ​ຝ່າຍ​ເອົາ​ໃຈ​​ໃສ່​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ-ການ​ຄ້າລະຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ, ກິລາ ​ແລະ​ອື່ນໆ.

ຖະ​ແຫຼ​ງການ​ດັ່ງກ່າວ​ຍັງ​ໄດ້ລະບຸວ່າ: ສອງ​ຝ່າຍ​ຢືນຢັນ​​ຈະ​ສະໜັບສະໜູນ​ລັດທິ​ຫຼາຍ​ຝ່າຍ, ປົກ​ປັກ​ຮັກສາຈຸ​ປະສົງ ​ແລະ​ຫຼັກການ​ຂອງ “ກົດ​ບັດ​ອົງການ​ສະຫະ​ປະຊາ​ຊາດ”, ສະໜັບສະໜູນ​ອົງການ ​ສປຊ ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ດ້ານ​ການຮັກສາສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​​ໃນ​ໂລກ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະສົ່ງ​ເສີມ​ສິດ​ທິມະນຸດ. ສອງ​ຝ່າຍ​ສະໜັບສະໜູນ​ເສດຖະກິດ​ໂລກ​ແບບ​ເປີດ​ປະຕູ​ສູ່​ພາຍ​ນອກ, ຄັດຄ້ານ​ລັດທິ​ປົກ​ປ້ອງ ​ແລະ​ລັດທິ​ຝ່າຍ​ດຽວ​ທຸກ​ຮູບ​ແບບຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຄຳ​ເຫັນ

0