黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ການ​ວ່າງ​ງານ​ແຝງ​ຂອງ​ຟີ​ລິບ​ປີນ​ຫຼຸດ​ລົງ​ເປັນ​ຈຸດ​ຕ່ຳ​ສຸດ​

2018-12-06 14:26:46 cri

ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຟີ​ລິບ​ປີນ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ສຳ​ຫຼວດ​ແຮງ​ງານ​ທົ່ວ​ປະ​ເທດ​ສະ​ບັບ​ເດືອນ​ຕຸ​ລາ​ໃນ​ວັນ​ທີ 5 ທັນ​ວາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ການ​ວ່າງ​ງານ​ແຝງ​ຂອງ​ຟີ​ລິບ​ປີນ​ໃນ​ເດືອນ​ຕຸ​ລາ​ປີ 2018 ຫຼຸດ​ລົງ​ເປັນ 13,3%, ຕົວ​ເລກ​ດັ່ງ​ກ່າວ​ໃນ​ເດືອນ​ຕຸ​ລາ​ປີ 2017 ແມ່ນ 15,9%. ນີ້​ກໍ​ແມ່ນ​​ອັດ​ຕາ​ການ​ວ່າງ​ງານ​ແຝງ​ປະ​ຈຳເດືອນ​ຕຸ​ລາ​ໄດ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ນັບ​ແຕ່​ປີ 2006 ເປັນ​ຕົ້ນ​ມາ.

ກົມ​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ຟີ​ລິບ​ປີນ​​ກ່າວ​ວ່າ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຄຸນ​ນະ​ພາບ​ຂອງ​ຕຳ​ແໜ່ງງານ​ໃນ​ທົ່ວ​ປະ​ເທດ​ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ແລ້ວ.

ທ່ານເອີ​ເນ​ສ​ໂຕ ເປີ​ເນຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​​ການ​ວາງ​ແຜນເສດ​ຖະ​ກິດ​ສັງ​ຄົມ​ຟີ​ລິບ​ປີນ​ວິ​ເຄາະ​ວ່າ: ເຖິງວ່າ​ຢູ່ນອກ​ນະ​ຄອນ​ຫຼວງ​ແລ້ວ, ຄຸນ​ນະ​ພາບ​ຕຳ​ແໜ່ງ​ງານ​ກໍ​ພວມ​ດີ​ຂຶ້ນ. ສາ​ມາດ​ເວົ້າ​ໄດ້​ວ່າ​ໂອ​ກາດ​ປະ​ກອບ​ອາ​ຊີບ​ໄດ້​ເພີ່ມ​ຂຶ້ນ, ​ສະ​ມັດ​ຖະ​ພາບ​ການ​ຜະ​ລິດ​ຂອງ​ແຮງ​ງານ​ໄດ້​ຍົກ​ສູງ​ຂຶ້ນ, ລະ​ດັບ​ເງິນ​ເດືອນ​ຂອງ​ທ້ອງ​ຖິ່ນ​ກໍ​ໄດ້​ເພີ່ມ​ຂຶ້ນ​ເຊັ່ນ​ກັນ.

ຄຳ​ເຫັນ

0