蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້າ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ “ສົນ​ທິ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ” ປະ​ເທດ​ທີ່​ອາ​ເມ​ຣິ​ກາ​​ໄປ​ຕັ້ງ​ຂີ​ປະ​ນາ​ວຸດອາດຈະ​ກາຍ​ເປັນ​ເປົ້າ​ໝາຍໂຈມ​ຕີຂອງ​ຣັດ​ເຊຍ

2018-12-06 10:26:59 CRI

ວັນ​ທີ 5 ທັນ​ວາ​ນີ້, ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ກ່າວ​ວ່າ, ຖ້າ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ “ສົນ​ທິ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ”, ຣັດ​ເຊຍ​ຈຳ​ເປັນ​ຕ້ອງ​ມີ​ການ​ຕອບ​ໂຕ້ຄືນ,  ປະ​ເທດ​ທີ່​ອາ​ເມ​ຣິ​ກາ​ໄປ​ຕັ້ງ​ຂີ​ປະ​ນາ​ວຸດ​​ອາດຈະ​ກາຍ​ເປັນ​ເປົ້າ​ໝາຍໂຈມ​ຕີຂອງ​ຣັດ​ເຊຍ.

ວັນ​ທີ 5 ທັນ​ວາ​ນີ້, ຢູ່​ນະ​ຄອນຫຼວງ​ມົ​ສ​ກູ, ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຖະ​ແຫຼງວ່າ, ອາ​ເມ​ຣິ​ກາ​ກ່າວ​​ຫາ​ວ່າ​ຣັດ​ເຊຍ​ລະ​ເມີດ “ສົນ​ທິ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ”, ແຕ່​ບໍ່​ມີຫຼັກ​ຖານ​ໃດໆ. ກ່ອ​ນ​ທີ່ອາ​ເມ​ຣິ​ກາ​ຈະ​ປະ​ກາດ​ຖອນ​ອອກ​ຈາກ “ສົນ​ທິ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ”, ອາ​ເມ​ຣິ​ກາ​ໄດ້​​ຂຶ້ນ​ງົບ​ປະ​ມານ​ ເພື່ອ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂີ​ປະ​ນາ​ວຸດ​ທີ່​ຖືກ​ຈຳ​ກັດ​ຢູ່​ໃນ “ສົນ​ທິ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ” ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ເມ​ຣິ​ກາ​ໄດ້​ຕັດ​ສິນ​ໃຈມາ​ດົນ​ແລ້ວ ເພື່ອ​ຖອນ​ອອກ​ຈາກ​ສັນ​ຍາ​ດັ່ງ​ກ່າວ. ຖ້າ​ອາ​ເມ​ຣິ​ກາ​ເຫັນ​ວ່າ, ຕົນ​ເອງ​ຄວນ​ມີ​ຂີ​ປະ​ນາ​ວຸດ​ທີ່​ຖືກ​ຈຳ​ກັດ​ຢູ່​ໃນ​ສັນ​ຍາ​ສະ​ບັບ​ນີ້, ຣັດ​ເຊຍ​ກໍ​​ຈຳ​ເປັນ​ຕ້ອງ​ມີ​ການ​ຕອບໂຕ້​ຄືນເຊັ່ນ​ກັນ.

ຄຳ​ເຫັນ

0