尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປອກ​ຕຸຍ​ການ

2018-12-06 12:09:14 cri

ວັນ​ທີ 5 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ຢູ່​ນະ​ຄອນ​ຫຼວງ​ລິ​ສບອນປະ​ເທດ​ປອກ​ຕຸຍ​ການ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ອັນ​ໂຕ​ນີ​ໂອ ໂຄ​ສ​ຕາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປອກ​ຕຸຍ​ການ.
 

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ນັບ​ແຕ່​ທ່ານ ອັນ​ໂຕ​ນີ​ໂອ ໂຄ​ສ​ຕາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປອກ​ຕຸຍ​ການ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ 2 ປີ​ກ່ອນ​ເປັນ​ຕົ້ນ​ມາ, ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ປອກ​ຕຸຍ​ການ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ,ສ້າງໂອ​ກາດ​​ແຫ່ງການ​ພັດ​ທະ​ນາ​ໃໝ່. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ປອກ​ຕຸຍ​ການຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.
 

ທ່ານ ໂຄ​ສ​ຕາ ກ່າວ​ວ່າ​: ​ປອກ​ຕຸຍ​ການ​ຍິນ​ດີ​ຖື​ເອົາ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ສີ​ຈິ້ນ​ຜິງ ເປັນ​ກາ​ລະ​ໂອ​ກາດ ຮ່ວມ​ກັບ​ຝ່າຍ​ຈີນ,ຍົກ​ລະ​ດັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ. ປອກ​ຕຸຍ​ການ​ມີ​ຈຸດ​ຢືນ​ໃນ​ການ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ​ແລະ​ການ​ຄ້າ​ເສ​ລີ,ຍິນ​ດີ​ເຂົ້າ​ຮ່ວມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ຕັ້ງ​ໜ້າ,ປອກ​ຕຸຍ​ການ​ຍິນ​ດີ​ເພີ່​ມ​ທະ​ວີການແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັບ​ຝ່າຍ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ​ແລະ​ວຽກ​ງານ​ອື່ນໆ​ຂອງ​ໂລກ,ຮ່ວມ​ກັນ​ປົກປ້ອງລັດ​ທິ​ຫຼາຍ​ຝ່າຍ. ປອກ​ຕຸຍ​ການ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດໃຫ້​ຫຼາຍກວ່າ​ເກົ່າ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ເອີ​ຣົບ-ຈີນ. ຫຼັງ​ການ​ພົບ​ປະ, ຜູ້​ນຳ​ສອງ​ປະ​ເທດ​ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີເຊັນ​ສັນ​ຍາ​ຮ່ວມ​ມື​ສອງຝ່າຍຫຼາຍ​ສະ​ບັບ​ເຊັ່ນ: “ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ​ຈີນ-ປອກ​ຕຸຍ​ການ”ເປັນ​ຕົ້ນ.

ຄຳ​ເຫັນ

0