蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ປອກ​ຕຸຍ​ການ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື

2018-12-06 10:28:27 CRI

ວັນ​ທີ 5 ທັນ​ວາ​ນີ້, ຢູ່​ນະ​ຄອນຫຼວງ​ຣີ​ສບອນ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ປອກ​ຕຸຍ​ການ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ແລ​ກ​ປ່ຽນ​​ດ້ານເນື້ອ​ໃນ, ແລກ​ປ່ຽນ​ບຸກ​ຄະ​ລາ​ກອນ, ຮ່ວມ​​ກັນ​ຖ່າຍ​ທຳ​ລາຍ​ການ ແລະ ອື່ນ​ໆ.

ອີງ​ຕາມ​ສັນ​ຍາ​ສະ​ບັບ​ນີ້, ໃນ 3 ປີ​ຂ້າງ​ໜ້າ, ສອງ​ຝ່າຍ​ຈະ​ສົ່ງ​ເສີມ​ໃຫ້​ສະ​ຖາ​ນີ​ວິ​ທະ​ຍຸ ແລະ ໂທ​ລະ​ພາບ​ຂອງ​ຕົນ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຖະ​ແຫຼງ​ຂ່າວ, ລາຍ​ງານ​ຂ່າວ​ຝ່າຍ​ກົງ​ກັນ​ຂ້າມ​ຢ່າງ​ພາ​ວະ​ວິ​ໄສ, ຕິດ​ແທດ​ຕົວ​ຈິງ ແລະ ຮອບ​ດ້ານ, ​ສ້າງຫາງ​ສຽງ​ທີ່​ດີ ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ແລະ ເພື່ອມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0