黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ​ຍິນ​ດີ​ສົນ​ທະ​ນາ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ເຫດ​ການອະ​ດີດນັກ​ສືບ​ຣັດ​ເຊຍ​ຖືກວາງ​ຢາ​ພິດ

2018-12-10 16:36:33 cri

ວັນ​ທີ 9 ທັນ​ວາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ສະ​ຖາ​ນີ​ໂທ​ລະ​ພາບ “ຣັດ​ເຊຍ-1”, ທ່ານ​ເຊີ​ເກ​ນາ​ຣິ​ສ​ກິນ ຫົວ​ໜ້າກົມ​ຂ່າວ​ລັບ​ກ່ຽວ​ກັບຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ຍິນ​ດີ​​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ເຫດ​ການ​ອະ​ດີດ​ນັກ​ສືບ​ຣັດ​ເຊຍ​ແລະ​ລູກ​ສາວ​ຖືກ​ວາງ​ຢາພິດ, ແຕ່​ວ່າ​ການ​ສົນ​ທະ​ນາ​ດັ່ງ​ກ່າວ​ຄວນ​ຕັ້ງ​ຢູ່​ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ, ຣັດ​ເຊຍ​ບໍ່​ສາ​ມາດ​ດຳ​ເນີນ​ການ​ສົນ​ທະ​ນາ​ພາຍ​ໃຕ້​ເງື່ອນ​ໄຂ​ອື່ນໆ.

ທ່ານ​​ນາຣິ​ສ​ກິນ ກ່າວ​ວ່າ, ອັງ​ກິດ​ປະ​ຕິ​ເສດ​ບໍ່​ເດີນຕາມ​ທິດ​ທາງ​ດຽວ​ກັນກັບ​ຣັ​ດ​ເຊຍ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ. ຂະ​ນະ​ດຽວ​ກັນ​ນັ້ນ, ຣັດ​ເຊຍ​ເຫັນ​ວ່າ, ອັງ​ກິດ​ມີ​ການ​ກະ​ທຳ​ທີ່​ທຳ​ລາຍ​ຫຼັກ​ຖານ​ໃນ​ຂະ​ບວນ​ການ​ສືບ​ສ​ວນ​ຄະ​ດີ.

ທ່ານ​ນ​ມາ​ຣິ​ສ​ກິນກ່າວຕື່ມ​ວ່າ, ​ມີ​ພຽງ​ແຕ່​ສອງ​ຝ່າຍດຳ​ເນີນ​ການ​ສືບ​ສວນ​ຮ່ວມ​ກັນຕໍ່​ເຫດ​ການ​ດັ່ງ​ກ່າວຈຶ່ງ​ຈະ​ສາ​ມາດ​ຄົ້ນ​ພົບ​ຄວາມ​ຈິງ​ໄດ້. ປັດ​ຈຸ​ບັນ, ຣັດ​ເຊຍ​ເຫັນ​ວ່າ​ເຫດ​ການ​ດັ່ງ​ກ່າວ​ແມ່ນ​ການ​ກະ​ທຳ​ທ້າ​ທາຍ​. ທ່ານ​ນາ​ຣິ​ສ​ກິນຍັງກ່າວ​ຕື່ມວ່າ, ພາຍ​ຫຼັງ​ເກີດ​ເຫດ​ການ​ວາງ​ຢາ​ພິດ​ແລ້ວ, ຣັດ​ເຊຍ​ເຄີຍ​ກ່າວ​ວ່າຍິນ​ດີ​ເຂົ້າ​ຮ່ວມ​ການ​ສືບ​ສວນ​ທັນ​ທີ.

ຄຳ​ເຫັນ

0