李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ການ​ສົນ​ທະ​ນາ​ກັບ​ຈີນ​ທົ່ວ​ໂລກ​ຄັ້ງ​ທີ 5 ຈັດ​ຂຶ້ນ​ຢູ່​ລອນດອນ

2018-12-10 16:24:55 cri

    ວັນ​ທີ 8 ທັນ​ວານີ້, ກອງ​ປະ​ຊຸມ​ຕ່າງໆ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ສົນ​ທະ​ນາ​ກັບ​ຈີນ​ທົ່ວ​ໂລກ​ຄັ້ງ​ທີ 5 ທີ່​ຈັ​ດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ລອນດອນ ປະ​ເທ​ດ​ອັງ​ກິດ ໄດ້​ອັດ​ລົງ. ໃນ​ໄລ​ຍະ​ກອງ​ປະ​ຊຸມ 3 ວັນ ແຂກ​ເກືອບ 50 ທ່ານ​ຈາກ​ອັງ​ກິດ, ຈີນ, ອົ​ສ​ຕ​ຣາ​ລີ, ເຊັກ, ເຢຍ​ລະ​ມັນ, ອາ​ເມ​ຣິ​ກາ ແລະ ປະ​ເທດອື່ນໆ ໄດ້​ແລກ​ປ່ຽນ​ແນວ​ຄິດ​ໃນ 4 ດ້ານ​ຄື: ການກວມ​ລວມ, ສະ​ພາບ​ແວດ​ລ້ອມ, ສິດ​ທິ​ຜົນ​ປ​ະ​ໂຫຍດ ແລະ​ການ​ປະ​ທະ​ກັນ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ວ່າ “ການ​ບໍ​ລິ​ຫານ​ໂລກ​ຢ່າງ​ເປັນ​ທຳ”.

    ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເນັ້ນ​ຫົວ​ຂໍ້​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ການ​ພົວ​ພັນ​ລະ​ຫວ່າງ​ຄວາມ​ເປັນ​ທຳ​ກັບ​ການ​ບໍ​ລິ​ຫານ​ໂລກ, ໂດຍ​ໄດ້​ເຊື້ອ​ເຊີນ​ນັກ​ວິ​ຊາ​ການ​ຂອງ​ຈີນ​ແລະ​ປ​ະ​ເທດ​ຕາ​ເວັນ​ຕົກ​ເພື່ອ​ປຶກ​ສາ​ຫາ​ລື​ກັນ ເຊິ່ງ​ມີ​ຄວາມ​ໝາຍຫຼາຍ.

    ທ່ານ ຊ້ຽງ​ສຽວ​ເຫວີຍ ທີ່​ປຶກ​ສາ​ວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອັງ​ກິດ ໄດ້​ກ່າວ​ໃນ​ພິ​ທີ​ອັດ​ກອງ​ປະ​ຊຸມ​ວ່າ: ໃນ​ຖາ​ນະ​ເປັນ​ເວ​ທີ​ທີ່​ສະ​ແດງ​ສະ​ຕິ​ປັນ​ຍາ​ຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ, ເວ​ທີ​ປຶກ​ສາ​ຫາ​ລື​ການ​ສົນ​ທະ​ນາ​ກັບ​ຈີນ​ທົ່ວ​ໂລກ ໄດ້​ເປັນ​ຂົວ​ຕໍ່​ລະ​ຫວ່າງວົງ​ການ​ວິ​ຊາ​ການ​ແລະ​ວົງ​ການ​ຂະ​ແໜງ​ການ, ​ເປັນ​ການ​ແລກ​ປ່ຽນ​ຄວາມ​ຮູ້​ຂອງ​ຈີນ​ກັບ​ຄວາມ​ຮູ້​ຂອງ​ໂລກ ທັງສ້າງ​ໂອ​ກາດ​ດີໃນ​ການ​ສົນ​ທະ​ນາ​ລະ​ຫວ່າງວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ.

ຄຳ​ເຫັນ

0